ກອງທັບລັດເຊຍບຸກໂຈມຕີ ທັງມ້າງກຳລັງກໍ່ການຮ້າຍຢູ່ຊີຣີ

(VOVWORLD) -ວັນທີ 28 ທັນວາ, ທີ່ວັງ Kremlin, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ປະດັບຫຼຽນໄຊຂອງລັດ ໃຫ້ບັນດາພົນທະຫານທີ່ມີຜົນງານດີເດັ່ນໃນບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍຢູ່ຊີຣີ.

ກອງທັບລັດເຊຍບຸກໂຈມຕີ ທັງມ້າງກຳລັງກໍ່ການຮ້າຍຢູ່ຊີຣີ  - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບປະກອບ: THX/TTXVN)

ທີ່ພິທີປະດັບຫຼຽນໄຊ, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ, ກອງທັບລັດເຊຍ ໄດ້ຊ່ວຍໃຫ້ຊີຣີ ຍື່ນຍົງຕໍ່ໜ້າການບຸກໂຈມຕີຂອງກຳລັງກໍ່ການຮ້າຍ. ທ່ານປະທານາທິບໍດີຊີ້ແຈ້ງວ່າ: “ປະເທດລັດເຊຍ ໄດ້ບຸກໂຈມຕີ ທັງມ້າງກຳລັງກໍ່ການຮ້າຍທີ່ພວມຊອກຫາວິທີຫັນຊີຣີ ແລະ ບັນດາປະເທດອ້ອມຂ້າງເປັນແປັດຢັນເພື່ອບຸກໂຈມຕີບັນດາປະເທດອື່ນ, ໃນນັ້ນມີລັດເຊຍ”.

        ແລະກໍ່ຢູ່ພິທີ, ທ່ານປະທານາທິບໍດີ Putin ຖະແຫຼງວ່າ, ຄອບຄົວຂອງບັນດາພົນທະຫານທີ່ເສຍສະຫຼະຊີວິດໃນບັ້ນສູ້ຮົບຢູ່ຊີຣີ ຈະໄດ້ຮັບຄວາມເອົາໃຈໃສ່ ແລະ ການໜູນຊ່ວຍຂອງລັດຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ