ກອງທັບອີຣັກ ດັບສູນ ພວກກໍ່ການຮ້າຍຫຼາຍຄົນ

ກອງທັບອີຣັກ ດັບສູນ ພວກກໍ່ການຮ້າຍຫຼາຍຄົນ - ảnh 1
(ພາບ: AFP)

(vovworld) –  ກອງທັບ​ອີຣັກ ​ໄດ້​ດັບ​ສູນ​ມື​ປືນ Takfiri ປະມານ 300 ຄົນ ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ​ຢູ່​ທົ່ວ​ທຸກ​ແຫ່ງ​ຂອງ​ອີຣັກ ​ໃນ​ສະພາບ​ທີ່​ກຳລັງ​ກອງທັບ​ຂອງ​ປະ​ເທດ​ນີ້ ພວມ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຍູ້​ບັນດາ​ມື​ປືນ​ອິດສະລາມ ​ໃຫ້​ຖອຍຫຼັງ. ບັນດາ​ການ​ປະທະ​ກັນ​​ໄດ້​ເກີດ​ຂຶ້ນ​ຢ່າງ​ຮຸນ​ແຮງລະຫວ່າງລັດຖະບານ ກັບ​ບັນດາ​ມື​ປືນ Takfiri ຂຶ້ນກັບ​ອົງການ​ທີ່​ຂະໜານ​ນາມ​ເອງ​ວ່າ​ແມ່ນ​ລັດ​ອິດສະລາມ ອີຣັກ ​ແລະ Levant ຢູ່​ບັນດາ​ເຂດ​ທາງ​ພາກ​ເໜືອ​ອີຣັກ. ບັນດາ​ກຳ​ລັງ​ສະໜັບສະໜູນ​ລັດຖະບານ​ກໍ່​ຍາດ​ໄດ້​ສິດ​ຄວບ​ຄຸມ​ນະຄອນ Muqdadiyah ຂຶ້ງກັບ​ແຂວງ Diyala ຢູ່​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອ ​ແບກ​ແດດ.

ຂ່າວ/ບົດ​ອື່ນ