ກອງທັບອີຣັກ ເປີດບັ້ນຮົບຄັ້ງໃຫຍ່ບຸກໂຈມຕີ IS ຢູ່ທາງທິດເໜືອ Tikrit

ກອງທັບອີຣັກ ເປີດບັ້ນຮົບຄັ້ງໃຫຍ່ບຸກໂຈມຕີ IS ຢູ່ທາງທິດເໜືອ Tikrit - ảnh 1
(ພາບປະກອບ: AFP/TTXVN)

​(vovworld) – ວັນ​ທີ 15/04, ກອງທັບ​ອີຣັກ ​ໄດ້​ເປີດ​ບັ້ນ​ຮົບ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່ ​ເພື່ອ​ຢືດ​ເອົາ​ບັນດາ​ເຂດ​ຢູ່ທາງທິດ​ເໜືອນະຄອນ Tikrit, ​ເມືອງ​ເອກ​ຂອງ​ແຂວງ Salagudin ຈາກ​ກຸ່ມ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ. ຕາມ​ຜູ້​ບັນຊາ​ການ​ບັ້ນ​ຮົບ​ດັ່ງກ່າວ Abdul Wahab al Saedi ​ແລ້ວ, ພົນທະຫານ ພ້ອມ​ກັບ​ກຸ່ມ​ປະກອບ​ອາວຸດ Shi’ite ​ແລະ Sunni, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ກອງທັບ​ປະສົມ​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ ​ແລະ ບັນດາ​ເຮືອບິນ​ສູ້​ຮົບ​ອີຣັກ ​ໄດ້​ບຸກ​ໂຈມ​ຕີ​​ເຂດ​ໂຮງງານ​ກັນ​ນ້ຳມັນ Baiji ​ແຫ່ງ​​ໃຫຍ່​ກວ່າ​ໝູ່​ຢູ່​ປະ​ເທດ​ນີ້, ຫ່າງ​ຈາກ​ ​ແບກ​ແດດ ​ໄປ​ທາງ​ທິດ​ເໜືອ 200 ກ​.ມ, ກໍ່​ຄື​ເສັ້ນທາງ​ລຳລຽງ​ຈາກ Shirqat ​ແລະ Mosul, ບັນດາ​ນະຄອນ​ເຊິ່ງພວກ​​ກະບົດຍືດຄອງ. ​ໃນ​ຂະ​ນະ​ນັ້ນ, ການ​ປະ​ທະ​ກັນ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ IS ຢູ່ Baiji, ພາຍຫຼັງ​ບັນດາ​ມື​ປືນ​ບຸກ​ໂຈມ​ຕີ ​ແລະ ​ເຂົ້າ​​ໂຮງງານ​ນີ້.
ຂ່າວ/ບົດ​ອື່ນ