ກອງທັບເຮືອອັກຊັງຕີນສືບຕໍ່ຊອກຫາກຳປັ່ນດຳນ້ຳSanJuan

(VOVWORLD) -ວັນທີ 25 ພະຈິກ, ໂຄສົກກອງທັບເຮືອ ອັກຊັງຕີນ ທ່ານ Enrique Balbi ໃຫ້ຮູ້ວ່າ: ປະຈຸບັນ ກອງທັບເຮືອປະເທດນີ້  ພວມມານະພະຍາຍາມຊອກຫາກຳປັ່ນດຳນ້ຳ ARA San Juan ທີ່ຖືກຫາຍສາບສູນກ່ອນນີ້ 10 ມື້ ໂດຍບໍ່ຫົວຊາຕໍ່ສະພາບອາກາດພວມຮ້າຍແຮງລົງ.

ກອງທັບເຮືອອັກຊັງຕີນສືບຕໍ່ຊອກຫາກຳປັ່ນດຳນ້ຳSanJuan - ảnh 1 ອັກຊັງຕີນພວມດຳເນີນການຊອກຫາກຳປັ່ນດຳນ້ຳທີ່ຖືກຫາຍສາບສູນ

ພາບ:BBC 

ເຖິງຢ່າງໃດກໍຕາມ ຍັງບໍ່ທັນກຳນົດໄດ້ທີ່ຕັ້ງຂອງ ກຳປັ່ນດັ່ງກ່າວ. ມີກຳປັ່ນ 7 ລຳຂອງບັນດາປະເທດ ພວມສືບຕໍ່ດຳເນີນວຽກງານຊອກຫາກຳປັ່ນດຳນ້ຳທີ່ຖືກຫາຍສາບສູນ. ໃນວັນທີ 25 ພະຈິກ, ມີຍາດຕິພີ່ນ້ອງຫລາຍຄົນຂອງລູກເຮືອປະຕິບັດງານໃນກຳປັ່ນລຳດັ່ງກ່າວ ໄດ້ຈັດຕັ້ງພິທີໄວ້ອາໄລ ລູກເຮືອ 44 ຄົນ ທີ່ຖືກຫາຍສາບສູນຢູ່ນອກຖານທີ່ໝັ້ນ ກອງທັບເຮືອ Mar del Plata ເຖິງວ່າ ບັນດາອົງການກ່ຽວຂ້ອງຍັງບໍ່ທັນອອກຄຳຖະແຫລງຮັບຮູ້ເຂົາເຈົ້າຖືກເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ