ກອງທັບໄທປະເຕິເສດ ການແຊກແຊງເຂົ້າ ວິກິດການປະຈຸບັນ


ກອງທັບໄທປະເຕິເສດ ການແຊກແຊງເຂົ້າ ວິກິດການປະຈຸບັນ - ảnh 1

ທ່ານຫົວໜ້າຜູ້ແຫ່ຂະບວນປະທ້ວງສຸເທບ ເທືອກສຸບັນ (​ເສື້ອ​ຂາວ)

(ພາບ: AFP/ TTXVN)

 (vovworld)-  ວັນ​ທີ 14/12,  ທ່ານປະຕິ​ມາຣະກອນ, ຜູ້ບັນຊາການສູງສຸດ ກອງທັບໄທ ໄດ້ປະຕິເສດຄຳຮຽກຮ້ອງຂອງຫົວໜ້າຜູ້ແຫ່ຂະບວນປະທ້ວງຝ່າຍຄ້ານ ຊື່ງຢາກໃຫ້ກອງທັບແຊກແຊງໜູນຊ່ວຍຜູ້ແຫ່ຂະບວນປະທ້ວງໂຄ່ນລົ້ມລັດຖະບານ ແລະ ສ້າງຕັ້ງ “ສະພາປະຊາຊົນ“ ໂດຍບໍ່ຜ່ານການເລືອກຕັ້ງ.

   ຕອບຄືນບັນດາຄຳຮຽກຮ້ອງ “ຈົ່ງຮຽງບ່າຮຽງໄລ່ກັບ ປຊຊ“ ຂອງທ່ານຫົວໜ້າ ຜູ້ແຫ່ຂະບວນປະທ້ວງສຸເທບ ເທືອກສຸບັນ, ຜູ້​ບັນດາ​ຊາ​ການ ປະຕິ​ມາຣະກອນ ​ໃຫ້​ຮູ້​ວ່າ: ​ເສັ້ນທາງ​ທີ່​ດີ​ທີ່​ສຸດ​ເພື່ອ​ແກ້​ໄຂ​ບັນຫາ​ແມ່ນ​ຜ່ານ​ການ​ເຈລະຈາ. ທ່ານ​ເນັ້ນໜັກ​ວ່າ: ກອງທັບ​ໄທ ຕ້ອງ​ປະຕິບັດ​ຖືກຕ້ອງ​ຕາມ​ກົດໝາຍ, ພິ​ເສດ, ​ແມ່ນ​ໃນ​ສະພາບ​ຂາດ​ສະຖຽນລະ​ພາບ​ໃນ​ປະຈຸ​ບັນ. ຕາມ​ທ່ານ​ແລ້ວ, ບັນດາ​ຜູ້​ສັງ​ເກດ​ການ​ຝ່າຍ​ກາງ​ຄວນ​ຕິດຕາມ​ກວດກາ​ການ​ເລືອກ​ຕັ້ງ ​ແລະ ຮັບປະກັນ​ວ່າ ການ​ເລືອກ​ຕັ້ງຈະ​ດຳ​ເນີນ​ໄປ​ຕາມ​ການ​ຄາດ​ຄະ​ເນ ຄື​ໃນວັນທີ 2/2/2014 ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ