ກອງທະຫານລາດປ້ອງກັນຕົວ-ກຳລັງປະຈັນບານໃນບັນດາການລຸກຮື້ຂຶ້ນປະກອບອາວຸດຍາດເອົາອຳນາດການປົກຄອງ

ກອງທະຫານລາດປ້ອງກັນຕົວ-ກຳລັງປະຈັນບານໃນບັນດາການລຸກຮື້ຂຶ້ນປະກອບອາວຸດຍາດເອົາອຳນາດການປົກຄອງ - ảnh 1
ພົນ​ຕີ ເບ໋​ຊວນ​ເຈື່ອງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: qdnd.vn)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 24/3, ຢູ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ທະ​ຫານ​ລາດ​ປ້ອງ​ກັນ​ຕົ​ວ ຫວຽດ​ນາມ - ກຳ​ລັງຊະ​ນະ​ເລີດ​ຂອງ​ປະ​ເທດ​ວິ​ລະ​ຊົນ”, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູ​ນ​ເຊື້ອ​ທ​ະ​ຫານ​ລາດ​ປ້ອງ​ກັນ​ຕົວ ຫວຽດ​ນາມ (28/3/1935 – 28/3/2015). ຜ່ານ​ໄລ​ຍະ​ທາງ​ແຫ່ງ​ການ​ຕໍ່​ຕ້ານ, ສ້າງ​ສາ ແລະ ເຕີບ​ໃຫຍ່, ກຳ​ລັງ​ທະ​ຫານ​ລາດ​ປ​້ອງ​ກັນ​ຕົວ ຫວຽດ​ນາມ ຍາດ​ໄດ້​ໄຊ​ຊະ​ນະ​ທີ່​ສະ​ຫງ່າ​ລາ​ສີ. ໃນ​ການ​ປະ​ຕິ​ວັດ​ເດືອ​ນ 8/1945, ບັນ​ດາກ​ອງ​ທະ​ຫາ​ນ​ລາດ​ປ້ອງ​ກັນ​ຕົວ ແລະ ກຳ​ລັງ​ປະ​ຈັນ​ບານ ຫວຽດ​ນາມ ແມ່ນ​ກຳ​ລັງບຸກ​ໂຈມ​ຕີ​ສຳ​ຄັນ, ເປັນ​ແກ່ນ​ສານ​ພ້ອມ​ກັບ​ທ​ົ່ວ​ປວງ​ຊົນ​ດຳ​ເນີນ​ການ​ລຸກ​ຮື້​ຂຶ້ນ​ປະ​ກອບ​ອາ​ວຸດ​ຂະ​ໜາດ​ໃຫ​ຍ່​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ໃນ​ທົ່ວ​ປະ​ເທດ. ຈາກນັ້ນ, ທະ​ຫານ​ລາດ​ປ້ອງ​ກັນ​ຕົວ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ໃນ​ບັ້ນ​ຮົບ​ຕ້ານ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ແລະ ຈັກ​ກະ​ພັດ​ ອາ​ເມ​ລິ​ກາ ​ຜູ້ຮຸກ​ຮານ, ພ້ອມ​ກັບ​ທົ່ວ​ປວງ​ຊົນ​ຍາດ​ໄດ້​ເອ​ກະ​ລາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ… ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​​ສຳ​ມະ​ນາ, ພົນ​ຈັດ​ຕະ​ວາ ຫງວຽນ​ຢູຍງວຽນ, ຫົວ​ໜ້າ​ກົມ​ທະ​ຫານ​ລາດ​ປ້ອງ​ກັນ​ຕົວ, ເນັ້ນ​ໜັກ​ວ່າ:

        “ຜ່ານ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ລຳ​ບາກ​ກາກ​ກຳ, ທ້າ​ທາຍ, ທະ​ຫານ​ລາດ​ປ້ອງ​ກັນ​ຕົວ ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ແດງ​ໃຫ​້​ເຫັນ​ແມ່ນ​ກຳ​ລັງ​ປະ​ຕິ​ວັດ​ອັນ​ໃຫຍ່​ຫຼວງ, ແມ່ນ​​ເຄື່ອງ​ມື​ທີ່​ແຫຼມ​ຄົມ​ຂອງ​ພັກ ແລະ ລັດ. ພະ​ນັກ​ງານ, ນັກ​ຮົບ​ທະ​ຫານ​ລາດ​ປ້ອງ​ກັນ​ຕົວ ຫວຽດ​ນາມ ລຸ້ນ ຕ່າງໆ​ຕໍ່​ສູ້, ຮ່ຳ​ຮຽນ ແລະ ຝຶກ​ຝົນຫຼໍ່ຫຼອມ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​​ເສີມສ້າງ​ມູນ​ເຊື້ອ​ທີ່​ສະ​ຫງ່າ​ລາ​ສີຂອງ​ທົ່ວ​ກຳ​ລັງ, ຍາມ​ໃດ​ກ​ໍ່​ສົມ​ເປັນ​ກຳ​ລັງ​ຊະ​ນະ​ເລີດ, ແມ່ນ​ກຳ​ແພງ​ປ້ອງ​ກັນ​ອັນໜັກ​ແໜ້ນ​ຂອງ​ປະ​ເທດ​ຊາດ.”

 

ຂ່າວ/ບົດ​ອື່ນ