ກອງປະຊຸມ AMM 51: ສິງກະໂປ ຮຽກຮ້ອງປັບປຸງໂຄງປະກອບພາກພື້ນ ອາຊຽນ ເປັນໃຈກາງ

(VOVWORLD) - ວັນທີ 02 ສິງຫາ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເນັ້ນໜັກວ່າ ບັນດາປະເທດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຕ້ອງສືບຕໍ່ເພີ່ມທະວີໂຄງປະກອບພາກພື້ນເປີດ, ຮອບດ້ານ ແລະ ຖື ອາຊຽນ ເປັນໃຈກາງ.
ກອງປະຊຸມ AMM 51: ສິງກະໂປ ຮຽກຮ້ອງປັບປຸງໂຄງປະກອບພາກພື້ນ ອາຊຽນ ເປັນໃຈກາງ - ảnh 1 ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ (ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM 51), ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເນັ້ນໜັກວ່າ ໂຄງປະກອບດັ່ງກ່າວ ໄດ້ປະກອບສ່ວນຮັບປະກັນສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ທ່ານ ຢືນຢັນວ່າ ສິ່ງສຳຄັນແມ່ນ ອາຊຽນ ຄວນສືບຕໍ່ສະໜັບສະໜູນລະບົບຫລາຍຝ່າຍ ແລະ ສົມທົບກັບບັດດາຄູ່ຮ່ວມມື, ຮ່ວມຈິດຮ່ວມໃຈ ເພື່ອເພີ່ມທະວີຕາໜ່າງການຮ່ວມມືຂອງອົງການນີ້.

        ແລະກໍ່ໃນວັນດຽວກັນ, ອາຊຽນ ໄດ້ເຫັນດີເປັນເອກະສັນຮັບຮອງເອົາເລື່ອງເປີດກ້ວາງສົນທິສັນຍາສະໜິດສະໜົມ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ໃຫ້ ອີຣານ ແລະ ອາກຊັງຕິນ ເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ