ກອງປະຊຸມ G8 ບໍ່ບັນລຸໄດ້ບາດກ້າວ ບຸກທະລຸໃນບັນຫາຊີຣີ

ກອງປະຊຸມ G8 ບໍ່ບັນລຸໄດ້ບາດກ້າວ ບຸກທະລຸໃນບັນຫາຊີຣີ - ảnh 1
ບັນດາການນຳຂອງ G8
(ພາບ: vietnamplus.vn)


(vovworld) - ​​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (G8) ​​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ບ່າຍ​ວັນທີ 18/6​, ຢູ່ ອາຍ​ແລນ​ເໜືອ (ລາຊະ​ອານາຈັກ ອັງກິດ) ບໍ່​ບັນລຸ​ໄດ້​ບາດບຸກທະລຸ​ໃຫ້​ແກ່​ເລື່ອງ​ແກ້​ໄຂ​ວິ​ກິດ​ການ​ຢູ່ຊີຣີ. ​ເຖິງ​ວ່າ​ໃນ​ຖະ​ແຫຼ​ງການ​ຮ່ວມ​ໄດ້​ເຕື້ອງ​ເຖິງ​ສະພາບ​ການ​ຊີຣີ, ​ແຕ່​ບັນດາ​ນັກ​ໄຈ​້​ແຍກ​ໄດ້​ຖື​ວ່າ ​ໃນ​ສະພາບ​ຕົວ​ຈິງ ບັນດາ​ກາ​ນນຳ G8 ບໍ່​ຍົກ​ອອກ​ສິ່ງໃໝ່​ໃຫ້​ແກ່​ວິ​ກິດ​ການ​ຢູ່​ຊີຣີ ​ໃນ​ວາລະ​ປຶກສາ​ຫາລື​ເປັນ​ເວລາ 2 ວັນ ຢູ່ Lough Erne. ​​ແຈ້ງການ​ສຸດ​ທ້າ​ຍ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃຫ້​ຄຳ​ໝັ້ນ​ສັນຍາ​ມຸ່ງ​ໄປ​ເຖິງ​ມາດ​ຕະການ​ດ້​ານການ​ເມືອງ​ໃຫ້​ແກ່​ວິ​ກິດ​ການ​ທີ່​ແກ່ຍາວ​​ເປັນ​ເວລາ 2 ປີຜ່ານມາ ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້. ບັນດາ​ປະ​ເທດ G8 ພຽງ​ແຕ່​ກະຕຸກ​ຊຸກຍູ້​ທັງ​ລັດຖະບານ​ຊີຣີ ​ແລະ ກຳລັງ​ຝ່າຍ​ຄ້ານ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ກ່ຽວ​ກັບ​ຊີຣີ ຢູ່ ​ເຊີ​ແນວ “ບົນ​ຈິດ​ໃຈ​ເຂັ້ມ​ງວດ ​ແລະ ສ້າງສັນ” ​ເພື່ອ​ບັນລຸ​ໄດ້​ຜົນງານ. ຖະ​ແຫຼງການ​ຮ່ວມ​. ກ່າວ​ປະນາມການ​ນຳ​ໃຊ້​ອາວຸດ​​ເຄມີ​​ໃນ​ບໍ່​ວ່າ​ຮູບ​ການ​ໃດ ​ແລະ ຮຽກ​ຮຽງ​ທຸກ​ຝ່າຍ​ອະນຸຍາດ​ໃຫ້ບັນດາ​ນັກ​ກວດກາ​ຂອງ​ສະຫະ​ປະຊາ​ຊາດ​ດຳ​ເນີນ​ການ​ກວດກາ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ອຸປະຖຳ​ເພີ່ມ 1,5 ຕື້ USD ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ມະນຸດ​ສະທຳຢູ່​ຊີຣີ ​ແລ​ະ ບັນດາ​ປະ​ເທດ​ບ້ານ​​ໃກ້​​ເຮືອນ​ຄຽງ.

ຂ່າວ/ບົດ​ອື່ນ