ກອງປະຊຸມ IMF ແລະ WB ອອກສານ ຮຽກຮ້ອງຢຸດຕິຄວາມອຶດຫິວທຸກຍາກ

ກອງປະຊຸມ IMF ແລະ WB ອອກສານ ຮຽກຮ້ອງຢຸດຕິຄວາມອຶດຫິວທຸກຍາກ - ảnh 1
ກອງ​ປະ​ຊຸມ IMF ​ແລະ WB
(ພາບ: xaluan.com)


(vovworld) -     ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແລະ ທະນາຄານ​ໂລກ (WB) ຢູ່​ນະຄອນຫຼວງ​ໂຕ​ກຽວ, ປະ​ເທດ​ຍີ່ປຸ່ນ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 13/10, ທ່ານ​ປະທານ WB Jim Yong Kim ​ໄດ້​ຢືນຢັນ​ຄືນ​ໃໝ່​ບົດບາດ​ຂອງ​ອົງການ​ການ​ເງິນ​ນີ້ ​ໃນ​ການ​ຕໍ່ສູ້​ຕ້ານຄວາມ​ອຶດຫິວ​ທຸກ​ຍາກ​ໃນ​ຂອບ​ເຂດ​ທົ່ວ​ໂລກ ​ແລະ ສານ​ທີ່​ທ່ານ​ຢາກ​ສົ່ງ​ເຖິງ​ທົ່ວ​ໂລກ​ແມ່ນ “ຢຸດຕິ​ຄວາມ​ອຶດຫິວ​ທຸກ​ຍາກ”. “ຢຸດຕິ​ຄວາມ​ອຶດຫິວ​ທຸກ​ຍາກ” ​ແມ່ນ​ວຽກ​ງານ​ເພີ່ມ​ທະວີ​ການແບ່ງປັນ​ຄວາມ​ວັດ​ຖະນາ​ຖາວອນ​ເພື່ອ​ໃຫ້​ບັນດາ​ຄອບຄົວ ​ແລະ ບັນດາ​ໄວ​ໜຸ່ມ ມີ​ຄວາມ​ຫວັງ​ກ່ຽວ​ກັບ​ອະນາຄົດ​ທີ່​ແຈ້ງ​ສະ​ຫວ່າງ​ກວ່າ ​ເຊິ່ງລວມມີວຽກ​ງານ​ດີ, ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດ້ານ​ສາທາລະນະ​ສຸກ ​ແລະ ​ມີ​ພື້ນຖານ​ການ​ສຶກສາ​ອັນ​ດີງາມ. ພິ​ເສດ, ທ່ານ Jim Yong Kim ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຕັ້ງບັນດາ​ປະ​ເທດ​ພວມ​ພັດທະນາ​ຂຶ້ນ​ອັນ​ດັບ​ໜຶ່ງ. ​ໃນ​ສະພາບ​ການ​ເສດຖະກິດ​ທົ່ວ​ໂລກ​ຈະ​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ງ່າຍ​ດາ​ຍ, ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ​ພວມ​ຢື່ນ​ຢູ່​ຕໍ່​ໜ້າ​ບັນດາ​ສິ່ງ​ທ້າ​ທາຍ ​ເມື່ອ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ​ພົ້ນ​ເດັ່ນທີ່​ສຳຄັນ, ທຶນ​ແມ່ນ​ກຳລັງ​ໜູນ​ສຳຄັນ​ໃຫ້​ແກ່​​ເສດຖະກິດ​ທົ່ວ​ໂລກ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພັດ​ເຫັນ​ປະຈັກ​ຕາ​ລະດັບ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ. ​ເພາະ​ສະ​ນັ້ນ, WB ຕ້ອງ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ​ພ້ອມ​ກັນ​​ໄຈ້​ແຍກ ​ແລະ ວາງ​ນະ​ໂຍບາຍ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ ​ແລະ ​ແບ່ງປັນ​ບົດຮຽນ​ເພື່ອ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ອຶດຫິວ​ທຸກ​ຍາກ.

ຂ່າວ/ບົດ​ອື່ນ