ກອງປະຊຸມ “ບົດບາດຂອງແມ່ຍິງໃນການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ”

ກອງປະຊຸມ “ບົດບາດຂອງແມ່ຍິງໃນການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ” - ảnh 1
ທ່ານ​ນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ທິ​ເຟືອງ​ງາ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/6, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຫ້ອງການ​ໂຄງການ​ພັດທະນາ​ຂອງ ສະຫະ​ປະຊາ​ຊາດ (UNDP) ປະຈຳ ຮ່າ​ໂນ້ຍ, ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ “ບົດບາດ​ຂອງ​ແມ່ຍິງ ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”. ກ່າວ​ຄຳ​​ເຫັນທີ່​ພິທີ​ໄຂ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ທິ​ເຟືອງ​ງາ ຖື​ວ່າ: ​ເພື່ອ​ປະຕິບັດ​ບັນດາ​ຍຸດ​ທະ​ສາດ​ໃຫຍ່​ຂອງ​ປະ​ເທດ​ ກ່ຽວ​ກັບ​ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເລື່ອງ​ເສີມ​ຂະຫຍາຍ​ບົດບາດ ​ແລະ ການປະກ​ອບສ່ວນ​ຂອງ​ແມ່ຍິງ​​ແມ່ນມີ​ຄວາມ​ໝາຍ​ສຳຄັນ. ທ່າ​ນນາງ​ ຫງວຽນ​ເຟືອງ​ງາ ​ເນັ້ນໜັກ​ວ່າ:

“ກອງ​ປະຊຸມ​ປີ​ນີມີ​ຄວາມໝາຍ​ພິ​ເສດ, ​ເປັນ​ຂີດ​ໝາຍ​ເລື່ອງ​ສິ້ນ​ສຸດໂຄງການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ​​ໃຫ້​ແກ່​ແມ່ຍິງ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ​. ກ່ວາ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ, ດ້ວຍ​ການ​ເຄື່ອນ​ໄຫວ​ກ່ວາ 200 ຢ່າງຢູ່​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ທຸກຮູ​ບ​ແບບ, ດ້ວຍຂະໜາດ​ທີ່​ແຕກຕ່າງກັນ ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ຮຽງ​ບ່າ​ຮຽງ​ໄຫ​ລ່ພ້ອມ​ກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ປະກອບສ່ວນ​ໃຫ້​ແກ່​ພາລະກິດ​ສ້າງຄວາມສະ​ເໝີ​ພາບລະຫວ່າງ ຍິງ​ - ຊາຍ ​ແລະ ​ເພື່​ອຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ຫວຽດນາມ.”

ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ຂອງ​ສະຫະ​ປະຊາ​ຊາດ ປະຈຳ ຫວຽດນາມ ຮັບ​ຮູ້​ວ່າ​: ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ບັນລຸ​ຄວາມ​ກ້າວໜ້າ​ດີ​ພໍ​ສົມຄວນ​ມຸ້ງ​ໄປ​ເຖິງ​ການ​ປະຕິບັດ​ສຳ​ເລັດບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ​ໃນ​ນັ້ນ​ມີ​ຈຸດ​ໝາຍ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ການ​ສຶກສາ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ເດັກ.

ຂ່າວ/ບົດ​ອື່ນ