ກອງປະຊຸມ ສຳມະນາສາກົນ ກ່ຽວກັບ ເຕັກໂນໂລຢີຂຽວ

ກອງປະຊຸມ ສຳມະນາສາກົນ ກ່ຽວກັບ ເຕັກໂນໂລຢີຂຽວ  - ảnh 1
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາສາກົນ (ພາບ: internet)


Vovworld- ວັນ​ທີ 21/9 ກົມຂໍ້ມູນຂ່າວສານວິທະຍາສາດ ແລະ ເຕັກໂນໂລຢີ(ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ) ໄດ້ສົມທົບ ກັບອົງການກົນໄກສົນທະນາພາກພື້ນ ອາຊຽນ-ສະຫະພາບເອີລົບ ຈັດກອງ ປະຊຸມສຳມະນາສາກົນ​ວ່າ​ດ້ວຍ​ຫົວ​ຂໍ້ “ ຈາກ​ການ​ຄົ້ນ​ຄ້ວາ​ຈົນ​ເຖິງ​ການ​ປ່ຽນ​ແປງ​ໃໝ່​ການ​ປະດິດ​ຄິດ​ສ້າງ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂຽວ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ” ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ຄຸ້ມ​ຄອງ, ນັກວິທະຍາສາດ, ວິ​ສາ​ຫະກິດ​ທີ່​ມາ​ຈາກ ອາຊຽນ ​ແລະ ສະຫະພາບເອີລົບ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ຢ່າງຮອບດ້ານ, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ອາຊຽນ-ສະຫະພາບເອີລົບ ກ່ຽວ​ກັບ​ວິທະຍາສາດ, ເຕັກໂນໂລຢີ ​ແລະ ການ​ປ່ຽນ​ແປງ​ໃໝ່​ການ​ປະດິດ​ຄິດ​ສ້າງ. ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້ ບັນດາ​ນັກ​ຄຸ້ມ​ຄອງ, ນັກວິທະຍາສາດປຶກສາ​ຫາລື​ບັນດາ​ມາດ​ຕະການ​ວາງ​ນະ​ໂຍບາຍ, ບົດຮຽນ​ຕົວ​ຈິງ​ໃນ​ການ​ຜັນ​ຂະຫຍາຍ​ຄົ້ນ​ຄ້ວາ, ປ່ຽນ​ແປງ​ໃໝ່​ການ​ປະດິດ​ຄິດ​ສ້າງ, ຊຸກຍູ້​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ເຂົ້າ​ຮ່ວມ​ຄົ້ນ​ຄ້ວາ ​ແລະ ພັດທະນາ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ນີ້​ກໍ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ ນັກວິທະຍາສາດ, ນັກທຸລະກິດ​ພ້ອມ​ກັນ​ແບ່ງ​ປັນ​ບົດຮຽນ​ຫັນ​ການ​ຄົ້ນ​ຄ້ວາ​ເປັນ​ການປ່ຽນ​ແປງ​ໃໝ່​ການ​ປະດິດ​ຄິດ​ສ້າງ, ປະກອບສ່ວນ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ຂົງ​ເຂດວິທະຍາສາດ ແລະ ເຕັກໂນໂລຢີ, ຮັດ​ແຄບ​ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ ການ​ຄົ້ນ​ຄ້ວາ​ ​ແລ​ະ ​ການປ່ຽນ​ແປງ​ໃໝ່​ການ​ປະດິດ​ຄິດ​ສ້າງ​ໃນ​ຂົງ​ເຂດ ເຕັກ​ໂນ​ໂລ​ຢີຂຽວ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ.

ຂ່າວ/ບົດ​ອື່ນ