ກອງປະຊຸມ ອາຊຽນ +3, ອາຊຽນ +1

ກອງປະຊຸມ ອາຊຽນ +3, ອາຊຽນ +1 - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ +3 ຄັ້ງທີ 14
(ພາບ: AFP/TTXVN)

 (vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 46 (AMM 46), ວັນ​ທີ 30/6, ຢູ່ ບຣູ​ໄນ, ​ໄດ້​ດຳ​ເນີນ​​ກອງ​ປະຊຸມ​ສຳຄັນຕ່າງໆ​ແມ່ນ ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ +3, ອາ​ຊຽນ +1 ກັບ ຈີນ ​ແລະ ຍີ່ປຸ່ນ. ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ + 3 (ກັບ ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ). ບັນດາ​ລັດຖະມົນຕີ​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ງານຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ + 3 ກ່ຽວ​ກັບ​ການ​ເຊື່ອມ​ຕໍ່, ​ແຜນງານ​​ຜັນ​ຂະຫຍາຍ​ວິວັດ​ການ​ໃໝ່​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມຕະຫຼາດ​ພັນທະບັດ ອາຊີ ​ແລະ ຂໍ້​ລິ​ເລີ່​ມພັດທະນາ​ພັນທະບັດ​ການ​ເງິນ​ໂຄງ​ລ່າງ, ຍູ້​ແຮງວິ​ວັດ​ການ​ເຈ​ລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ທົ່ວ​ພາກພື້ນ (RCEP).

        ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ +1 ກັບ ຈີນ. 2 ຝ່າຍ​ເນັ້ນ​ໜັກ ອາ​ຊຽນ ​ແລະ ຈີນ ຄວນ​ສືບ​ຕໍ່​ປະຕິບັດບັນ​ດາ​ຄຳ​ໝັ້ນ​ສັນຍາ​ທີ່​ຍົກ​ອອກ​​ໃນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ຖະ​ແຫຼ​ງການ​ຂັ້ນ​ສູງ ອາ​ຊຽນ - ຈີນ​ ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ DOC, ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ຢູ່​ທະ​ເລ​ຕາ​ເວັນ​ອອກ, ຍູ້​ແຮງການ​ທາ​ບທາມ​ຄວາມ​ເຫັນ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະມວນ​ຫຼັກ​ການ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ທີ່​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ຍີ່ປຸ່ນ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ສ້າງ​ສຳ​ເລັດ​ສັນຍາ​ການ​ຄ້າ ການ​ບໍລິການ ​ແລະ ການ​ລົງທຶນ, ສ້າງ​ປະຖົມ​ປັດ​ໄຈ​​ໃຫ້​ແກ່​ການສ້າງ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ ອາ​ຊຽນ - ຍີ່ປຸ່ນ. ອາ​ຊຽນ ຕີ​ລາຄາ​ສູງ​ເລື່ອງ ຍີ່ປຸ່ນ ສະໜັບສະໜູນ ອາ​ຊຽນ ຜັນ​ຂະຫຍາຍ​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຕໍ່ ອາ​ຊຽນ ​ແລະ ຂໍ້​ລິ​ເລີ່​ມ​ເຊື່ອມ​ຕໍ່ ອາ​ຊຽນ, ຕໍ່​ກຳນົດ​ເວລາ​ໃຫ້​ກອງ​ທຶນ​ເຊື່ອມ​ຕໍ່​ອາ​ຊຽນ - ຍີ່ປຸ່ນ (JAIF) ຮອດ​ວັນ​ທີ 31/12/2013.

       

ຂ່າວ/ບົດ​ອື່ນ