ກອງປະຊຸມກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ

ກອງປະຊຸມກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ - ảnh 1
(ທ່ານຮອງນາຍົກລັດຖະມົນຕີ
ຫວຽດນາມ ຫງວຽນທຽນ​ເຢີ​ນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/02, ຢູ່​ຫ້ອງ​ວ່າການ​ລັດຖະບານທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນ​ເຢີ​ນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ສະພາ​​ກ່ຽວ​ກັບ​ການ​ພັດທະນາ​​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ. ທີ່​ກອງ​ປະຊຸມ, ບັນດາ​ຄຳ​ເຫັນ​ທີ່ໄດ້​ຍົກ​ອອກ​ມາ​ລ້ວນ​ແຕ່​ຖື​ວ່າ ​ແຜນການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງໄລຍະ 2013 – 2015 ​ໄດ້​ຍົກ​ອອກ 11 ໜ້າ​ທີ່​ຈຸດ​ສຸມ​ຕ້ອງ​​ໄດ້​ຮັບ​ການປະຕິບັດ​​​ໃນ​ທັນທີ​ຄື: ສ້າງ​ລະບອບ​ບັນ​ຍັດ​ພັດທະນາ​​ແບບ​ຍືນ​ຍົງ​ໃຫ້​ສົມບູນ​ແບບ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດກັບ​ການພັດ​ທະນາ​​ແບບ​ຍືນ​ຍົງ; ປະຕິບັດ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ​ເທື່ອ​ລະ​ກ້າວ... ​ແຕ່​ໃນ​ແຜນການ​ນັ້ນ, ຄວນເລືອກ​​ເອົາ​ປະມວນ​ມາດຖານພັດທະນາ​​ແບບ​ຍືນ​ຍົງ​ກວ່າ​ອີກ, ພ້ອມ​ທັງ​ຕິດຕາມ​ວິວັດ​ການ​ປະຕິບັດ​ຢ່າງ​ແໜ້ນ​ແຟ້ນ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຢີ​ນ ​ເນັ້ນ​ໜັກ​ວ່າ:

ສຳລັບການຄາດ​ຄະ​ເນ​ສະພາບ​ການ​ພັດທະນາ​​ແບບ​ຍືນ​ຍົງ​ໃນ​ປີ 2013 ຕາມ​ຂ້າພະ​ເຈົ້າ​ແລ້ວມີ 30 ມາດຖານກໍ​ພໍ​ແລ້ວ ຕ້ອງ​ກວດກາ​ນຄືນ, ນີ້​ແມ່ນ​ເນື້ອ​ໃນ​ສຳຄັນ. ພວກ​ຂ້າພະ​ເຈົ້າຕ້ອງ​ມີ​ແຜນການ​ກ່ຽວ​ກັບ​ການ​ໂຄສະນາ​ການພັດທະນາແບບ​ຍືນ​ຍົງ​, ​ຄວນເຮັດ​ໃຫ້​ຈະ​ແຈ້ງ​ການ​ພັດທະນາ​ຂອງ​ພວກ​ເຮົາ​ບໍ່​ມີ​ຄວາມໝັ້ນຄົງ​ຢູ່​ບ່ອນ​ໃດ, ພວມ​ກໍ​ຄວາມ​ເສຍ​ຫາ​ຍຄື​ແນວ​ໃດ, ​ແລ້ວ​ກໍ່​ຮອດບັນດາ​ປັດ​ໃຈ​ບໍ່​​ໝັ້ນຄົງ​ກ່ຽວ​ກັບ​ສັງຄົມ, ສິ່ງ​ແວດ​ລ້ອມແລະເສດຖະກິດ”.

ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ຈະ​ປຶກສາ​ຫາລື, ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ, ກົນ​ໄກ, ນະ​​ໂຍບາຍ ​ເພື່ອ​ຜັນ​ຂະຫຍາຍ​ໜ້າ​ທີ່​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ, ​ໃນ​ນັ້ນ ສົ່ງ​ເສີມ​ການສ້າງ​ຕັ້ງ​ສູນ​​ເຕີບ​ໂຕຂຽວ​ອາ​ຊຽນ ປະຈຳ​ ​ຫວຽດນາມ.

ຂ່າວ/ບົດ​ອື່ນ