ກອງປະຊຸມຂັ້ນສູງອາຊຽນ27ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ກອງປະຊຸມຂັ້ນສູງອາຊຽນ27ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ - ảnh 1
ກອງປະຊຸມຂັ້ນສູງອາຊຽນ27
ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ
(ພາບ: Vietnam+)


(vovworld) – ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 18/11, ຢູ່​ມາ​ເລ​ເຊ​ຍ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Anifah Aman ​ໄດ້​ສະໜອງ​​ໃຫ້​ສື່​ມວນ​ຊົນບາງ​ຂໍ້​ມູນ​ກ່ຽວ​ກັບ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 27 (​ອາ​ຊຽນ 27) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ ​ເຊິ່ງຖືກຈັດ​ຂຶ້ນ​ຢູ່​ປະ​ເທດ​ນີ້​ໃນ​ລະຫວ່າງ​ວັນ​ທີ 18 – 22/11. ການ​ນຳ​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມືຄູ່​​ເຈລະຈາ​ລວມມີ ອົດ​ສະ​ຕາ​ລີ, ຈີນ, ອີນ​ເດຍ, ຍີ່ປຸ່ນ… ​ແລະ ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນີ້.

      ​ໃນ​ຂອບ​ເຂດອາ​ຊຽນ 27 ຈະ​ມີ 10 ກອງ​ປະຊຸ​ມຂັ້ນ​ສູງທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 27, ກອງ​ປະຊຸມຂັ້ນ​ສູງ​ອາ​ຊຽນ ​ແລະ 3 ປະ​ເທດ​ຄູ່​ເຈລະຈາ (ອາ​ຊຽນ +3) ຄັ້ງ​ທີ 18. ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ (EAS) ຄັ້ງ​ທີ 10, ກອງ​ປະຊຸມ​ຂັ້ນສູງ​ອາ​ຊຽນ - ສະຫະ​ປະຊາ​ຊາດ​ຄັ້ງ​ທີ 7. ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ນີ້, ບັນດາ​ການ​ນຳ​ອາ​ຊຽນ ຈະ​ປຶກສາ​ຫາລື ​ແລະ ລົງ​ນາມ​ໃນ​ຖະ​ແຫຼ​ງການ ກົວ​ລາ​ລຳ​ເປີ 2015 ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ລວມ, ລົງ​ນາມ​ຖະ​ແຫຼ​ງການ​ກົວ​ລາ​ລຳ​ເປີ ກ່ຽວ​ກັບ​ວິ​ໄສ​ທັດ​ອາ​ຊຽນ 2025, ກໍ​ຄື​ແລກປ່ຽນທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ. ຄາດ​ວ່າ, ບັນດາ​ການ​ນຳ​ອາ​ຊຽນ ກໍ​ຈະ​ຮັບຮອງ​ເອົາ​ເອກະສານສຳຄັນ 18 ສະບັບ… ສິ້ນ​ສຸດ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ນີ້, ມາ​ເລ​ເຊຍ ຈະ​ມອບ​ສິ​ດ​ເປັນ​ປະທານ​ອາ​ຊຽນ ​ໃຫ້​ສປປ.ລາວ.

ຂ່າວ/ບົດ​ອື່ນ