ກອງປະຊຸມຄັ້ງທີ 26 ຄະນະປະຈຳສະພາແຫ່ງຊາດຫວຽດນາມ

ກອງປະຊຸມຄັ້ງທີ 26 ຄະນະປະຈຳສະພາແຫ່ງຊາດຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ທີ່ກອງ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 11/03, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ໃຫ້​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຂົ້າ​ອອກ​​ເມືອງ, ການພັກຢູ່​ອາ​ໄສ​​ຂອງຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ. ຮ່າງ​ກົດໝາຍ​ດັ່ງກ່າວ​​​ເຊິ່ງໄດ້​ຮັບ​ເອົາ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸ​ມສະ​ໄໝ​ສາມັນ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ແລ້ວ. ມີ​ບາງ​ເນືອ​ໃນ​ໄດ້​ໃຫ້​ຄຳ​ເຫັນ​ແມ່ນ​ຊື່​ເອີ້ນ​ຂອງ​ກົດໝາຍ, ຂອບ​ເຂດ​ປັບປຸງ, ສິດ​ຕັດສິນ​ພຽງ​ຝ່າຍ​ດ່ຽວ​ຍົກ​ເລີກ​ວີ​ຊາ, ຢູ່ອາ​ໄສຊົ່ວຄາວທີ່​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດເພື່ອສົ່ງອອກ, ​ເຂດ​ເສດຖະກິດ, ​ເຂດ​ເສ​ດຖະກິດ​ດ່ານ​ຊາຍ​ແດນ...

     ກ່ຽວ​ກັບ​ເນື້ອ​ໃນຂໍ້​ກຳນົດ​ບັນດາ​ກໍລະນີ​ໄດ້​ຮັບການຍົກເວັ້ນ​ວີ​ຊາ, ​ໃນ​ນັ້ນ​ມີ​ເລື່ອງ​ຍົກ​ເລີກ​ວີ​ຊາ​ເຂົ້າ​ເຂດ​​ເສດຖະກິດ​ດ່ານ​ຊາຍ​ແດນ, ​ເຂດ​ບໍລິຫານ - ​ເສດຖະກິດ​ພິ​ເສດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລຶວ ປະກອບ​ຄຳ​ເຫັນ​ວ່າ.

    “ຕາມ​ຂ້າພະ​ເຈົ້າ​ແລ້ວ, ​ເສດຖະກິດ​ພິ​ເສດ​ໃນ​ລັດຖະທຳ​ມະນູນ​ຂຽນ​ວ່າ ສະພາ​ແຫ່ງ​ຊາດ​ຕັດສິນ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ, ​ແຕ່​ປະຈຸ​ບັນ​ພວກ​ເຮົາ​ຍັງ​ບໍ່​ທັນ​ມີ, ຍັງ​ບໍ່​ທັນ​ສ້າງ​ຕັ້ງ ​ແລະ ຍິ່ງ​ກວ່າ​ນັ້ນ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​​ເພີ່​ມຂໍ້ກຳນົດ​​ດັ່ງກ່າວເຂົ້າ​ໃນ​ກົດໝາຍກ່ຽວ​ກັບ​ການ​ຍົກ​ເລີກ​ວີ​ຊາ​ແມ່ນ​ຈະ​ເໝາະ​ສົມ​ກວ່າ.”

      ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້ຮັບຮອງເອົາມະຕິກ່ຽວ​ກັບ​ວິທີ​ຈັດ​ແບ່ງ​ທຶນ​ພັນທະບັດ​ລັດຖະບານ​ເພີ່ມ​ເຕີ່​ມ​ໄລຍະ 2014 – 2016 ​ໃຫ້​ບັນດາ​​ໂຄງການ​ເຊິ່ງຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2014 ​ແລະ 2015.

ຂ່າວ/ບົດ​ອື່ນ