ກອງປະຊຸມຄັ້ງທີ 28 ຄະນະປະຈຳສະພາ ແຫ່ງຊາດ

ກອງປະຊຸມຄັ້ງທີ 28 ຄະນະປະຈຳສະພາ ແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ​ກອງ​ປະຊຸມ​ຄັ້ງ​ທີ 28 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​​​ຖືກ​ດຳ​ເນີນແຕ່​ວັນ​ທີ 15 – 17/05 ຢູ່​ຮ່າ​ໂນ້ຍ, ເພື່ອກະກຽມ​ບັນດາ​ເນື້ອ​ໃນ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ທີ່​ກອງ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ຈະ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດຖະບານ ກ່ຽວກັບ​ການ​ຕີ​ລາຄາ​ການ​ປະຕິບັດ​ແຜນ​ພັດທະນາ​​ເສດຖະກິດ​ສັງຄົ​ມ ​ແລະ ງົບປະມານ​​ແຫ່ງ​ລັດ​ປີ 2013; ​ສະພາບ​ການປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2014; ການ​ກະກຽມ​ບັນດາ​ເນື້ອ​ໃນ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ຟັງ​ຄະນະ​ຕິດຕາມ​ກວດກາ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005 – 2012… ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ທີ່​ກອງ​ປະຊຸມ​ຄັ້ງ​ທີ 28 ຈະ​ໃຫ້​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ຂໍ້ 2 ມາດຕາ 13 ຂອງກົດໝາຍ​ວ່າ​ດ້ວຍສັນຊາດ​ຫວຽດນາມ…

ຂ່າວ/ບົດ​ອື່ນ