ກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຫວຽດນາມຈະຖືກດຳເນີນໃນມໍ່ໆນີ້

ກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຫວຽດນາມຈະຖືກດຳເນີນໃນມໍ່ໆນີ້ - ảnh 1
ກອງປະຊຸມຄັ້ງທີ່ 6 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຫວຽດນາມໄດ້ສຳເລັດແລ້ວ

Vovworld- ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຈະ​ຖືກ​ດຳ​ເນີນ​ແຕ່​ວັນ​ທີ 10 – 20/4. ຕາມ​ແຜນການ​ແລ້ວ, ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມຈະ​ຮັບ​ຟັງ ​ແລະ ​ໃຫ້​ຄຳ​ເຫັນ​ໃສ່ 2 ບົດ​ລາຍ​ງານ​ກ່ຽວກັບ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກ​ົດໝາຍ​ສຳລັບ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ ແລະ ການ​ປະຕິບັດນະ​ໂຍບາຍ, ກ​ົດໝາຍ ກ່ຽວກັບ​ການ​ລົງ​ທຶນ​ຂອງ​ລັດ​ໃນ​ຂົງ​ເຂດ​ກະສິກຳ, ຊາວ​ກະ​ສີກ​ອນ ​ແລະ ຊົນນະບົດ. ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດ​ໝາຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະໃຫ້​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບ​ໃໝ​ການ​ກະທຳ​ລະ​ເມີດ​ດ້ານ​ການ​ບໍລິ​ຫານ, ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ, ກົດໝາຍ​ວ່າ​ດ້ວຍລາຄາ, ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ​ແຫຼ່ງ​ນ້ຳສະບັບ​ປັບປຸງ....ຊຶ່ງ​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມຍັງ​ຈະໃຫ້​ຄຳ​ເຫັນ​ໃສ່​ແຜນ​ແມ່​ບົດ​ສັງ​ລວມສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ບົດ​ລາຍ​ງານ​​ເພີ່ມ​ເຕີມຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຕີ​ລາຄາ​ຜົນ​ຂອງ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ງົບ​ປະມານ​ແຫ່ງ​ລັດ​ປີ 2011 , ສະພາບການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ງົບ​ປະມານ​ແຫ່ງ​ລັດ​​ໃນ​ຊຸ​ມ​ເດືອນ​ຕົ້ນ​ປີ 2012, ສະຫຼຸບ​ການ​ປະຕິບັດງົບ​ປະມານປີ 2010.
ຂ່າວ/ບົດ​ອື່ນ