ກອງປະຊຸມຄະນະກຳມະການປະສົມຄັ້ງທີ7ລະຫວ່າງVOVແລະກົມປະຊາສຳພັນໄທ

ກອງປະຊຸມຄະນະກຳມະການປະສົມຄັ້ງທີ7ລະຫວ່າງVOVແລະກົມປະຊາສຳພັນໄທ - ảnh 1
ການເຮັດວຽກລະຫວ່າງ 2 ຝ່າຍ

(vovworld) –  ວັນ​ທີ 29/2, ກອງ​ປະຊຸ​ມຄະນະ​ກຳມ​ະການ​ປະສົມ​ຄັ້ງ​ທີ 7 ລະຫວ່າງ​ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV) ​ແລະ ກົມ​ປະຊາ​ສຳພັນ ​ໄທ ​ໄດ້ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ.

        ກ່າ​ວຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ VOV ຫວູຫາຍ ​ເນັ້ນ​ໜັກ​ວ່າ: ​ໄລຍະ​ມໍ່ໆ​ມາ​ນີ້​ບັນດາ​ການ​ນຳ ອາ​ຊຽນ ​ໄດ້​ພ້ອມ​ກັນ​ເຊັນ​ຖະ​ແຫຼ​ງການ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ. ​ການ​ສ້າງຕັ້ງ​ປະຊາ​ຄົມ ອາ​ຊຽນ ຈະ​ຊຸກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຫຼາຍ​ກ່ວາ​ອີກ​ລະຫວ່າງ 2 ຊາດ ​ແລະ ປະຊາຊົນ 2 ປະ​ເທດ ກໍ​ຄືອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​​ໃນທຸກ​ດ້ານ, ​ໃນ​ນັ້ນ​ມີ​ຂົງ​ເຂດ​​ໂຄສະນາ, ສື່ສານ. ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ຄັ້ງ​ທີ 7 ​ນີ້ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ວິວັດ​​ແຫ່ງການ​ຮ່ວມ​ມື​ໃນ​ຊຸມ​ປີຜ່ານມາ ພ້ອມ​ທັງ​ປຶກສາ​ຫາລື​ການ​ຮ່ວມ​ມື​ໃນ​ຊຸມ​ປີ​ຈະ​ມາ​ເຖິງ:

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ການ​ພັດທະນາ​ຢ່າງ​ແຮງ​ຂອງ 2 ອົງກາ​ນພວກ​ເຮົາ​ຈະ​ເປັນ​ແປ້ນ​ຢັນ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ໃນ​ອະນາຄົດ​ລະຫວ່າງ 2 ຝ່າຍ. ປະກອບສ່ວນ​ຊຸກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ໃນ​ໄລຍະ​ປະຊາ​ຄົມ ອາ​ຊຽນ ປະກົດ​ຜົນ​ເປັນ​ຈິງ”

        ທ່ານ​ຮອງ​ປະທານ​ກົມ​ປະຊາສຳພັນ​ໄທ ຈາຣຸນ ​ໄຈ​ສອນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະຮ່ວມ​ມື​ຢ່າງແໜ້ນ​ແຟ້ນກັບ VOV ​ເພື່ອປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ