ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຄັ້ງທີ4ຊຸດທີ8

ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຄັ້ງທີ4ຊຸດທີ8 - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ
ກ່າວຄຳເຫັນທີ່ກອງປະຊຸມ)

(vovworld) – ​ ກອງ​ປະຊຸມ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຄັ້ງ​ທີ 4 ຊຸດ​ທີ 8 ​ໄດ້​ດຳ​ເນີນ​ໃນວັນ​ທີ 30/12 ຢູ່​ຮ່າ​ໂນ້ຍ, ​ໂດຍທ່ານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ປະທານ​. ກອງ​ປະຊຸມ​ຄັ້ງ​ນີ້​ມີ​ບົດບາດ​ສຳຄັນ, ຕີ​ລາຄາ​ວຽກ​ງານ​ແນວ​ໂຮມ​ປີ 2015, ສ້າງ​ລາຍການສົມທົບ​ກັນ​​ເຄື່ອນ​ໄຫວ​ຢ່າງ​ເປັນ​ເອກະ​ພາບໃນ​ປີ 2016; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ຕິດ​ຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ; ລາຍ​ງານກ່ຽວ​ກັບ​ການ​​ຜັນ​ຂະຫຍາຍການ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີກັນ​ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີວິ​ໄລ”; ລາຍ​ງານ​ວຽກ​ງານ​ແນວ​ໂຮມ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ການ​ເລື​ອກຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ ອາຍຸ​ການ 2016 – 2021 ຕາມ​ຂໍ້​ກຳ​ນົດຂອງ​ກົດໝາຍ.

        ກ່ຽວ​ກັບ​ໜ້າ​ທີ່​ໃນ​ປີ 2016, ທ່ານ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ບັນດາຫົວ​ໜ່ວຍ​ສ້າງ​ລາຍການ​​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ; ​ເຂົ້າ​ຮ່ວມ​ວຽກ​ງານຈັດ​ຕັ້ງການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ ອາຍຸ​ການ 2016 – 2020 ໃຫ້​ສຳ​ເລັດ​ຜົນ. ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ​ຄວນ​ສືບ​ຕໍ່​ຜັນ​ຂະຫຍາຍ​ລາຍການສື່​ສານ​ໂຄສະນາ ​ເພື່​ອ​ເສີມ​ຂະຫຍາຍກຳລັງ​ແຮງຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ; ສົມທົບ​ກັບ​ລັດຖະບານ​ປະຕິບັດ​ຂະ​ບວນການ “ສາມັກຄີ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ປະຢັດ, ຍົກ​ສູງສະມັດ​ຕະພາບ, ຄຸນ​ນະພາ​ບ, ​ປະສິດທິ​ຜົນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ”.

ຂ່າວ/ບົດ​ອື່ນ