ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຄັ້ງທີ6

ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຄັ້ງທີ6 - ảnh 1
ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຖ່າຍ​ຮູບ​ທີ່​ລະ​ນຶກ​ກັບ​ບັນ​ດາ​ຜູ້​ແທນ

(vovworld) – ​​ ຕອນ​ເຊົ້າ​ວັນ​ທີ 4/1, ຢູ່​ນະ​ຄອນ ເກີນ​ເທີ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 6. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ ຫງວຽນ​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ເນັ້​ນ​ໜັກ​ວ່າ: ໜຶ່ງ​ໃນ​ບັນ​ດາ​ໜ​້າ​ທີ່​ຈຸດ​ສຸມ, ສຳ​ຄັນ​ແຖວ​ໜ້າ​ຂອງ​ແນວ​ໂຮມ​ປະ​ເທດ​ໃນ​ປີ 2017 ແລະ ຊຸມ​ປີ​ຕໍ່​ໄປ​ແມ່ນ​ສືບ​ຕໍ່​ກໍ່​ສ້າງ ແລະ ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ, ເຕົ້າ​ໂຮມ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ຢ່າງ​ກ້​ວາງ​ຂ​ວາງ, ຮັບ​ປະ​ກັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ແນວ​ຄິດ ແລະ ການ​ກະ​ທຳ, ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ໃຫ້ບັນ​ລຸ​ໝາກ​ຜົນ​​ດີ, ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ລວມ​ແມ່ນ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ສ້າງ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ - ສັງ​ຄົມ​, ສ້າງ​ສາ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ເຂັ້ມ​ແຂງ, ສີ​ວິ​ໄລ, ປະ​ຊາ​ຊົນ​ມີ​ຊີ​ວິດ​ອີມ​ໜຳ​ສຳ​ລານ ແລະ ຜາ​ສຸກ.     

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ມູນ​ເຊື້ອ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ຮັບ​ຜິດ​ຊອບ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແນວ​ໂຮມ ແລະ ຂະ​ບວນ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຈະ​ໄດ້​ຮັບ​ບັນ​ດາ​ຜົນ​ງານ​ໃໝ່, ໃຫຍ່ຫຼວງ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ