ກອງປະຊຸມຄະນະກຳມະການສົນທິສັນຍາ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ເຂົ້າຮ່ວມກອງປະຊຸມ
(ພາບ:baobinhphuoc.com.vn)
( vovworld ) – ຕອນບ່າຍວັນທີ 8/7, ຢູ່ພະນົມເປັນ ປະເທດກຳປູເຈຍ, ໄດ້ຈັດກອງປະຊຸມຂອງຄະນະກຳມະການສົນທິສັນຍາອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນີວເຄຼຍ (SEANWFZ), ກອງປະຊຸມປະຈຳປີຂອງບັນດາປະເທດເຂົ້າຮ່ວມສົນທິສັນຍາ SEANWFZ ຈັດຂຶ້ນໃນໂອກາດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນປະຈຳປີ (AMM). ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມໄດ້ສະຫຼຸບ 5 ປີແຫ່ງການປະຕິບັດແຜນການດຳເນີນງານ ເພີ່ມທະວີການຜັນຂະຫຍາຍສົນທິສັນຍາ SEANWFZ (2007-2012). ບັນດາທ່ານລັດຖະມົນຕີເນັ້ນໜັກວ່າ ອາຊຽນ ຄວນເສີມສະຫຍາຍຄຸນຄ່າຂອງ SEANWFZ, ພ້ອມກັບສົນທິສັນຍາສະໜິດສະໜົມ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC), ຖະແຫຼງການກ່ຽວກັບການປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ເວທີປາໄສພາກພື້ນອາຊຽນ (ARF)… ເພື່ອແນໃສ່ປະກອບສ່ວນຫຼາຍກ່ວາອີກເຂົ້າໃນບັນດາຈຸດໝາຍລວມຂອງອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ການຮ່ວມມື ແລະ ພັດທະນາໃນພາກພື້ນ.
ໃນວັນດຽວກັນ, ບັນດາທ່ານລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ພົບປະກັບຜູ້ຕາງໜ້າຄະນະກຳມະການລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR). ນະທີ່ນີ້, ບັນດາທ່ານລັດຖະມົນຕີການຕ່າງປະເທດອາຊຽນ ເນັ້ນໜັກວ່າ AICHR ຄວນຕັ້ງໜ້າຊຸກຍູ້ບັນດາການເຄືອ່ນໄຫວຮ່ວມມື ປະກອບສ່ວນເຂົ້າໃນວຽກງານລວມຂອງອາຊຽນ, ໂດຍສະເພາະແມ່ນວິວັດທະນາການສ້າງປະຊາຄົມອາຊຽນ ມຸ້ງໄປເຖິງປະຊາຊົນໃນປີ 2015. ບັນດາທ່ານລັດຖະມົນຕີການຕ່າງປະເທດອາຊຽນ ກໍ່ປຶກສາຫາລືກ່ຽວກັບວິວັດທະນາການສ້າງປະຊາຄົມ, ຜັນຂະຫຍາຍກົດບັດອາຊຽນ ແລະ ສົນທິສັນຍາສະໜິດສະໜົມ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC).
ແລະ ກໍ່ໃນວັນທີ 8/7, ບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ ແລະ ຈີນ ໄດ້ຈັດການປະຊຸມບໍ່ເປັນທາງການ ເພື່ອກະກຽມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ ຈັດຂຶ້ນໃນວັນທີ 11/7/2012. SOM ອາຊຽນ-ຈີນ ເຫັນດີສະເໜີຕໍ່ລັດຖະມົນຕີການຕ່າງປະເທດສອງຝ່າຍ ພິຈາລະນາ ແລະ ຕົກລົງເລື່ອງເລີ່ມຕົ້ນການເຈລະຈາອາຊຽນ-ຈີນ ກ່ຽວກັບປະມວນຫຼັກການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).