ກອງປະຊຸມຄະນະປະຈຳສະພາແຫ່ງຊາດ: ຊັກຖາມລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ

(VOVWORLD) -ວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ກອງປະຊຸມເທື່ອທີ 22 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຊັກຖາມສະມາຊິກລັດຖະບານແມ່ນທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທງລອງ ແລະ ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈູງອັກແອງ.
ກອງປະຊຸມຄະນະປະຈຳສະພາແຫ່ງຊາດ: ຊັກຖາມລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ - ảnh 1ທ່ານລັດຖະມົນຕີກະຊວງຍຸຕິທຳ ເວແທງລອງ (ພາບ: TTXVN)

ເມື່ອຕອບຄຳຊັກຖາມກ່ຽວກັບຮ່າງກົດໝາຍ ແລະ ອອກຄຳສັ່ງ, ທ່ານລັດຖະມົນຕີກະຊວງຍຸຕິທຳ ເວແທງລອງ ໃຫ້ຮູ້ວ່າ:

        “ທີໜຶ່ງແມ່ນເປັນເຈົ້າການປະຕິບັດການກວດກາບັນດາຂໍ້ມູນໂດຍໄວ ເພື່ອນຳເຂົ້າໂຄງການສ້າງກົດໝາຍ, ລັດຖະບັນຍັດ ແລະ ເຮັດແນວໃດ ພະຍາຍາມເພື່ອຮັບປະກັນຕາມອັນດັບບຸລິມະສິດ ແລະ ຮັບປະກັນລັດສະນະເປັນໄປໄດ້ຢ່າງຄົບຖ້ວນ. ຕໍ່ຈາກນັ້ນ ຍົກສູງປະສິດທິຜົນວຽກງານປະເມີນຜົນ, ຖ້າຫາກກຳນົດດີ ມີອັນດັບບຸລິມະສິດ ແລະ ຄົບເວລາຕາມຂໍ້ກຳນົດຂອງກົດໝາຍ, ພວກຂ້າພະເຈົ້າສາມາດປະຕິບັດອັນນີ້ໃຫ້ດີກ່ວາ”.

ຕອບກັບ

ຂ່າວ/ບົດ​ອື່ນ