ກອງປະຊຸມຊີ້ນຳແຫ່ງລັດກ່ຽວກັບແຜນການປົກປັກີຮັກສາ ແລະ ພັດທະນາປ່າ ໄລຍະ 2011 - 2012

ກອງປະຊຸມຊີ້ນຳແຫ່ງລັດກ່ຽວກັບແຜນການປົກປັກີຮັກສາ ແລະ ພັດທະນາປ່າ ໄລຍະ 2011 - 2012 - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 23/10, ຢູ່​ສຳນັກງານ​ລັດຖະບານຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 3 ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ແຜນການປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ ​ໄລຍະ 2011 – 2020. ຕາມ​ການ​ຊີ້​ນຳ​ຂອງ​ລັດຖະບານ, ​ແຕ່​ນີ້​ຮອດ​ທ້າຍ​ປີ 2012, ບັນດາ​ທ້ອງ​ຖີ່​ນຈະ​ສືບ​ຕໍ່​ປະຕິບັດ​ຄຳ​ສັ່ງ​ຂອງ​​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປົກ​ປັກ​ຮັກສາ​ປ່າ, ສະ​ກັດ​ກັ້ນ​ສະພາບທຳລາຍ​ປ່າ ​ແລະ ຕ້າມ​ຜູ້​ພວມປະຕິ​ບັດ​ໜ້າ​ທີ່ຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ສະ​ເໜີ​ປະກາດ​ນະ​ໂຍບາຍ​ແກ້​ໄຂ​ຄວາ​ງຫຍຸ້ງຍາກສຳລັບ​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ທີ່​ພວມ​ຢູ່ໃນ​ລະດູ​ປູກ​ປ່າ​ເພື່ອ​ສຳ​ລັດຈຸດໝາຍ​ພັດທະນາ​ປ່າ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ Ha Cong Tuan ​ໄດ້ມີ​ຄຳ​ເຫັນ​ວ່າ.

        “ບັນດາ​ກະຊວງ, ຂະ​​ແໜງ​ການ ​ແລະ ທ່ອງ​ຖິ່ນ​ຕ່າງໆກວດກາ​ເລື່ອງ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ ​​ເຂົ້າ​ໃນ​ຂົງ​ເຂດ​ປົກ​ປັກ​ຮັກສາ​ປ່າ ​ແລະ ພັດທະນາ​ປ່າ​ປີ 2012 ​ເພື່ອ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ​ຮຽກຮ້ອງ​ເຈົ້າ​ຂອງ​ລົງທຶນ​ບັນດາ​​​ໂຄງການເຄື່ອນ​ໄຟຟ້າ​ນ້ຳຕົກ​ປູກ​ແທນ​ເນື້ອ​ທີ່​ປ່າຢ່າງ​ເດັດ​ຂາດ. ​ເຂດ Tay Nguyen ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ 700 ​ໂຄງການ​ຫັນປ່ຽນ​ການ​ປູກ​ປ່າ, ດິນ​ປູກ​ປ່າ​ໄປ​ສູ່​​ເປົ້າໝາຍ​ອື່ນຢ່າງ​ແໜ້ນ​ແຟ້ນ​ໃຫ້​ຖືກ​ຕາມ​ຂໍ້ກຳນົດ​​ໃນ​ປະຈຸ​ບັນ, ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີຊີ້ນຳ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ”.

        ກໍ​ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ​ໃຫ້​ຄຳ​​ເຫັນ​ກ່ຽວ​ກັບ​ແຜນການ​ປົກ​ປັກ​ຮັກສາ​ປ່າ ​ແລະ ພັດທະນາ​ປ່າ​ໄລຍະ​ 2013 – 2015; ​ແຜນການ​ຂຸດ​ຄົ້ນປ່າ​ທຳ​ມະ​ຊາດ; ​ແຜນການ​ຍົກ​ສູງ​ຄວາມ​ສາມາດ, ປະສິດ​ຕິ​ຜົນ​ຂອງ​ວຽກ​ງານ​ກວດກາ​ປ່າ​ໄມ້ໄລຍະ 2012 – 2020 ​ແລະ ອື່ນໆ.

ຂ່າວ/ບົດ​ອື່ນ