(ພາບ: vov.vn)
(vovworld)-ຕອນເຊົ້າວັນທີ 3/9, ໄດ້ຈັດໃຫ້ມີ ກອງປະຊຸມຕີລາຄາການເຄື່ອນໄຫວວິທະຍາສາດສັງຄົມປະຕິບັດມະຕິສູນກາງພັກຄັ້ງທີ 7 ກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ໂດຍມີການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ແລະ ນັກວິທະຍາສາດ, ນັກຄຸ້ມຄອງ, ບັນດາວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ຈຸດປະສົງຂອງມະຕິສູນກາງພັກຄັ້ງທີ 7 ແມ່ນສ້າງພື້ນຖານກະສິກຳພັດທະນາຮອບດ້ານ, ທັນສະໄໝ, ສ້າງບັນດາຜະລິດຕະພັນ, ສິນຄ້າມີຄຸນຄ່າສູງ. ສະນັ້ນ, ວິທະຍາສາດ ແລະ ເຕັກໂນໂລຊີມີບົດບາດສຳຄັນທີ່ສຸດ, ຕັດສິນການພັດທະນາກະສິດກຳຂອງປະເທດຊາດ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຕີລາຄາສູງການປະກອບສ່ວນຂອງວິທະຍາສາດ ແລະ ເຕັກໂນໂລຊີໃນການພັດທະນາຂອງພື້ນຖານກະສິກຳຫວຽດນາມ ພ້ອມທັງຊີ້ແຈ້ງວ່າ: ໃນໄລຍະປະຈຸບັນ ແລະ ອະນາຄົດ, ຂະແໜງກະສິກຳຍັງມີໂອກາດຫຼາຍຢ່າງແຕ່ກໍ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍ:
“ພວກເຮົາຕ້ອງວາງແຜນນຳນົດ, ສ້າງໂຄງປະກອບ, ຄິດໄລ່ແນວໃດໃຫ້ເໝາະສົມ. ນີ້ແມ່ນບັນຫາວິທະຍາສາດ. ຕ້ອງອີງຕາມກຳລັງຂອງຕົນ, ອີງບົນຕະຫຼາດ, ຕາມທ່າແຮງເພື່ອສາມາດປະຕິບັດໄດ້. ຕ້ອງຄິດໄລ່ດ້ານທີ່ດິນ, ຕົ້ນໄມ້, ແນວພັນສັດລ້ຽງໃນເງື່ອນໄຂເສດຖະກິດການຕະຫຼາດ. ຢາກພັດທະນາການຜະລິດສິນຄ້າເຕັກໂນໂລຊີສູງ, ໃນແຕ່ລະຂອດຕ້ອງມີປັດໄຈວິທະຍາສາດ”