ກອງປະຊຸມທົ່ວ ປະເທດຊາບຊຶມມະຕິ ສູນກາງພັກ ຄັ້ງທີ 4 ຊຸດທີ 11

ກອງປະຊຸມທົ່ວ ປະເທດຊາບຊຶມມະຕິ ສູນກາງພັກ ຄັ້ງທີ 4 ຊຸດທີ 11 - ảnh 1

ທ່ານ​ເລຂາ​ທີ​ການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ​ເປັນ​ປະທານ​ກອງ​ປະຊຸມ

 (ພາບ: nguyenphutrong.net)

(vovworld) – ກອງ​ປະຊຸມ​ທົ່ວ​ປະ​ເທດ​ຊາບ​ຊຶມ​ມະຕິ​ ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ “ບາງ​ບັນຫາ​ຮີບ​ດ່ວນ​​ໃນ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/2 ຢູ່​ຮ່າ​ໂນ້ຍ.   

    ຕໍ່​ໜ້າ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການໃນ​ສະພາບ​ການ​ໃໝ່, ຄຽງ​ຂ້າງ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​​ວຽກ​ງານ​ກໍ່ສ້າງ​ພັກ​ພວມ​ຍື່ນຢູ່​ຕໍ່ໜ້າ​ບັນດາ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ ​ແລະ ບັນດາ​ຂໍ້ຄົງຄ້າງ​ບໍ່​​ແມ່ນ​ໜ້ອຍ. ດັ່ງ​ນັ້ນ, ວຽກ​ງານກໍ່ສ້າງ​ພັກ, ປັບປຸງ​ພັກ​ຕິດ​ພັນ​ກັບ​ຊາຕາ​ກຳຂອງ​ຊາດ​ແມ່ນ​ຄວາມ​ເປັນຕາ​ຍຂອງ​ທັງລະບົບ​ການ​ເມືອງ. ພະນັກງານ​ບັນດາ​ອົງການ, ຈັດ​ຕັ້ງ​ພັກ​ຈາກ​ຂັ້ນ​ສູງ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ​ຕ້ອງ​ເປັນ​ແບບຢ່າງ, ສະໜິດ​ຕິດ​ພັນ​ກັບ​ປະຊາຊົນ. ຄວາມ​ສຳຄັນ ​ແລະ ລັກສະນະ​ຮີບ​ດ່ວນ​ຂອງ​ບັນ​ຫາ​ກໍ່ສ້າງ, ປັບປຸງ ພັກ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ​ເປັນ​ແກ່ນ​ສານ​ຕັດສິນ​ຜົນສຳ​ເລັດ​ຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ.ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະມາຊິກ​​ໃນຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11 ພ້​ອມກັບ​ການນຳ​​ຂອງ​ທຸກໆ​​ອົງການຂັ້ນ​ສູນ​ກາງ.

 ທີ່​ວາລະ​ໄຂກອງປະຊຸມ, ທ່ານ​ເລຂາ​ທີ​ການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ​ໄດ້​ຕາງໜ້າ​ໃຫ້​ກົມ​ການ​ເມືອງ​ເຜີຍ​ແຜ່, ຊາບ​ຊືມມະຕິຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4  ​ແລະ​ ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງກ່ຽວ​ກັບການ​ປະຕິບັດ​ມະຕິຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4 . ທ່ານ​ເລຂາ​ທີ​ການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:ມະຕິຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4 ​ໄດ້​ສຸມ​ໃສ່ 4 ບັນຫາ​ອັນ​ຮີບ​ດ່ວນ. ທີ 1 ​ແມ່ນ, ສະກັດ​ກັ້ນ, ຍູ້​ສະພາບ​ການ​ເຊື່ອມ​ທາດ​ຂາດ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ພະນັກງານ, ສະມາຊິກ​ພັກ​ໃນພາກສ່ວນ​ບໍ່​ໜ້ອຍ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ຊີ້​ນຳ, ຄຸ້ມ​ຄອງ​ຂັ້ນຕ່າງໆ ​ແມ່ນ​ເນື້ອ​ໃນ​ທີ່​ເປັນ​ຈຸດ​ສຸມ, ມີ​ລັກ​ສະ​ນະຮີບດ່ວນ. ທ່ານ​ເລຂາ​ທີ​ການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ​ໃຫ້​ຮູ້​ວ່າ:

  “ພາຍຫຼັງອັດ​ກອງ​ປະຊຸມ​ຄັ້ງນີ້, ກົມ​ການ​ເມືອງ​ຈະ​ຊີ້​ນຳ​ການ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ແທນ, ປະຕິບັດ​ສຳ​ເລັດ ​ແລະ​ ປະກາດ​ໃຊ້ແຜນການ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໂດຍ​ໄວ

   ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ກົມ​ການ​ເມືອງ, ຄະນະ​ເລຂາ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດກວດກາ, ຕີ​ລາຄາ, ​ເຮັດ​ໃຫ້​​ຄວາມ​ຮັບຜິດຊອບ​ໃນ​ການ​ຊີ້​ນຳ​ນຳພາ​ປະຕິບັດ​ມະຕິ​, ຄຳ​ສັ່ງຂອງ​ພັກສະບັບ​ຕ່າງໆຢ່າງ​ຈະແຈ້ງ, ຍູ້​ແຮງການ​ຊີ້​ນຳ​ການ​ຮ່ຳຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນ​ນະ​ທາດ ຄຸນສົມບັດ​ແ​ບບ​ແຜນການ​ດຳລົງ​ຊີວິດ. ກ່ຽວ​ກັບ​ບາງ​ບັນຫາ​ຕ້ອງ​ເອົາ​ໃຈ​ໃສ່​ໃນ​ວິວັດ​ການ​ຊີ້​ນຳ​ການຈັດຕັ້ງປະຕິບັດ​ມະຕິ​, ທ່ານ​ເລຂາ​ທີ​ການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ​ເນັ້ນໜັກ​ວ່າ:

   “ມະຕິຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4 ​ແມ່ນ​ມະຕິ​ມີ​ຄວາມ​ສຳຄັນ​ພິ​ເສດ. ມະຕິ​ໄດ້​ຮັບ​ການ​ຊົມ​ເຊີຍ ​ແລະ​ ເຫັນ​ດີ​ເຫັນ​ພ້ອມ​ຈາກ​ທົ່ວ​ພັກ, ທົ່ວ​ປວງ​ຊົນ. ກົມ​ການ​ເມືອງ, ຄະນະ​ເລ​ຂາ​ເຊື່ອໝັ້ນວ່າ ດ້ວຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ​ສຸດ​ຂອງ​ທົ່ວ​ພັກ, ​ແລະ​ ການ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນ​ຈາກປະຊາຊົນນັ້ນ, ​ແນ່ນອນ​ວ່າ​ພວກ​ເຮົາ​ຈະ​ຜ່ານ​ຜ່າ​ທຸ​ກໆ​ຄວາມ​ຫຍູ້​ງຍາກ, ປະຕິບັດມະຕິຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4​ ຢ່າງ​ມີ​ໄຊ ສ້າງ​ບາດກ້າວ​ຫັນປ່ຽນ​ໃໝ່​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ​ເຮັດ​ໃຫ້​ພັກ​ນັບ​ມື້​ນັບ​ໂປ່​ງ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ“.

ຂ່າວ/ບົດ​ອື່ນ