ກອງປະຊຸມທົ່ວປະເທດຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກໍາ

(VOVWORLD) -ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ນະຄອນດາຫຼາດ, ແຂວງເລິມດົ່ງຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ກ່ຽວກັບການຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກໍາ. ໂດຍມີການເຂົ້າຮ່ວມຂອງ ຮອງນາຍົກລັດຖະມົນຕີຫວຽດນາມ ທ່ານເວືອງດິງເຫວ້,  ທ່ານຈິ້ງດິງຢຸງ, ທ່ານເລຂາຄະນະພັກນະຄອນ ໂຮ່ຈິມິນ ຫງວຽນທ້ຽນເຍີນ ແລະ ທ້ອງຖິ່ນຕ່າງໆ; ພ້ອມດ້ວຍຜູ້ແທນກວ່າ 600 ຄົນ ເຊິ່ງແມ່ນບັນດາການນໍາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ, ບັນດາຄູ່ຮ່ວມມືພັດທະນາທັງຢູ່ພາຍໃນ ແລະຕ່າງປະເທດ.

ກອງປະຊຸມທົ່ວປະເທດຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກໍາ - ảnh 1ກອງປະຊຸມທົ່ວປະເທດຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກໍາ

(ພາບ: VOV.VN)

ຕາມການຄາດຄະເນແລ້ວ, ທົ່ວປະເທດມີວິສາຫະກິດທີ່ລົງທຶນເຂົ້າຂົງເຂດກະສິກໍາ ຈໍານວນ 49.600 ແຫ່ງ, ກວມເອົາປະມານ 8% ຂອງວິສາຫະກິດທົ່ວປະເທດທັງໝົດ. ບັນດາວິສາຫະກິດລົງທຶນເຂົ້າກະສິກໍາໄດ້ສ້າງວຽກເຮັດງານທໍາໃຫ້ແກ່ຊາວຜູ້ອອກແຮງງານກວ່າ 4,5 ລ້ານຄົນ, ກວມເອົາ 32,5% ຈໍານວນແຮງງານຂອງບັນດາວິສາຫະກິດທັງໝົດ.

        ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕ່າງກໍເນັ້ນໜັກເຖິງບົດບາດເປັນໃຈກາງຂອງວິສາຫະກິດ. ທ່ານນາງ ຫງວຽນທິແທັງຖືກ, ປະທານທັງເປັນຜູ້ອໍານວຍການບໍລິສັດ Bagico ແບ່ງປັນວ່າ:

        “ຂ້າພະເຈົ້າປາດຖະໜາວ່າ ຫວຽດນາມໄດ້ເປີດປະຕູຕ້ອນຮັບນັກລົງທຶນຫຼາຍທີ່ສຸດ, ສ້າງຕັ້ງບັນດາເຂດລົງທຶນໃຫ້ນັກລົງທຶນຕ່າງປະເທດ, ລົງທຶນເຂົ້າໃນບັນດາທ່າແຮງຂອງເຂົາເຈົ້າ ກ່ຽວກັບຂະແໜງເອເລັກໂຕນິກ, ເຕັກໂນໂລຢີ. ຂະແໜງກະສິກໍາຂອງພວກເຮົາແມ່ນທ່າແຮງໜຶ່ງ, ເປັນຫຍັງພວກເຮົາບໍ່ເຮັດສິ່ງທີ່ກົງກັນຂ້າມ. ພວກເຮົາຄວນມີເຂດຕົວແທນໃຫ້ຫວຽດນາມ ເພື່ອໃຫ້ພວກຂ້າພະເຈົ້າ ເມື່ອໄປຂ້າຂາຍຢູ່ທີ່ນັ້ນ ສາມາດຖືທີ່ນັ້ນປຽບເໝືອນບ້ານຂອງຕົນ, ພວກຂ້າພະເຈົ້າໄດ້ຮັບການປົກປ້ອງ ແລະ ຮັບປະກັນຄວາມປອດໄພ”.

        ກອງປະຊຸມນີ້ ແມ່ນໂອກາດເພື່ອຕີລາຄາກ່ຽວກັບບັນດາວຽກງານທີ່ເຮັດໄດ້ດີ ແລະ ວຽກງານທີ່ຍັງຄົງຄ້າງໃນການຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກໍາ, ຈາກນັ້ນ ຈຶ່ງວາງມາດຕະການເພື່ອດຶງດູດວິສາຫະກິດລົງທຶນເຂົ້າຂົງເຂດດັ່ງກ່າວຢ່າງແຮງກວ່າອີກ.

        ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        “ກະສິກໍາຂອງຫວຽດນາມຍັງຄົງມີຄວາມສາມາດບົ່ມຊ້ອນ ແລະກາລະໂອກາດຫຼາຍຢ່າງ ທີ່ສາມາດຂຸດຄົ້ນໄດ້, ພິເສດແມ່ນສະໄໝການປະຕິວັດອຸດສາຫະກໍາ 4.0. ລັດຖະບານ ແລະ ປະຊາຄົມວິສາຫະກິດຕ້ອງພ້ອມກັນຮ່ວມແຮງຮ່ວມໃຈນໍາຫວຽດນາມບືນຕົວຂຶ້ນທີ່ຕັ້ງແຖວໜ້າຂອງໂລກ ກ່ຽວກັບຜະລິດຕະພັນກະເສດ. ກະສິກໍາຫວຽດນາມແມ່ນສູນກາງປຸງແຕ່ງລົງເລິກຂອງກະສິກໍາໂລກ, ແມ່ນສູນບໍລິການ logistic ຂອງການຄ້າຂາຍຜະລິດຕະພັນກະເສດທົ່ວໂລກ. ພວກເຮົາມີສິດໄຝ່ຝັນ ແລະ ສາມາດເຮັດໄດ້ຢ່າງສິ້ນເຊີງ”.

Vu Dung


 

ຕອບກັບ

ຂ່າວ/ບົດ​ອື່ນ