ກອງປະຊຸມທາງເຄືອຂ່າຍອິນເຕີເນັດກ່ຽວກັບການຮັບມືກັບພາຍຸ Mangkhut

(VOVWORLD) - ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕາມພາລະໜ້າທີ່ຂອງຕົນສ້າງແຜນການລະອຽດ

ຕອນບ່າຍວັນທີ 14 ກັນຍາ, ທີ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ ໄດ້ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີເນັດ ກ່ຽວກັບການຮັບມືກັບພາຍຸ Mangkhut ໂດຍທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ແລະ ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີ - ຫົວໜ້າຄະນະເປັນປະທານ, ເຂົ້າຮ່ວມກອງປະຊຸມຢູ່ຮ່າໂນ້ຍ ມີບັນດາສະມາຊິກຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ, ບັນດາກະຊວງທີ່ກ່ຽວຂ້ອງ ແລະ ຢູ່ບັນດາແຂວງ, ນະຄອນຈາກພາກເໜືອລົງຮອດ ແຂວງເງະອານ.

        ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕາມພາລະໜ້າທີ່ຂອງຕົນສ້າງແຜນການລະອຽດ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນກວດກາຄັ້ງໃຫຍ່ບັນດາວິທີການລະອຽດເພື່ອເປັນເຈົ້າການໃນການແກ້ໄຂບັນດາກໍລະນີເກີດກ່ອນ, ໃນ ແລະ ຫຼັງພາຍຸ; ຮັກສາກຳລັງ, ຍານພາຫະນະ ກຽມພ້ອມຮັບມືເມື່ອມີເຫດການເກີດຂຶ້ນ. ວິທະຍຸກະຈາຍສຽງ ຫວຽດນາມ, ໂທລະພາບ ຫວຽດນາມ ແລະ ບັນດາອົງການສື່ສານ, ສື່ມວນຊົນ ເພີ່ມເວລາອອກອາກາດ, ໃຫ້ຂ່າວກ່ຽວກັບການຜັນແປຂອງພາຍຸ ແລະ ເຜີຍແຜ່ບັນດາທັກສະເພື່ອຮັບມືກັບພາຍຸ ແລະ ສະພາບຝົນຕົກ, ນ້ຳຖ້ວມເພື່ອໃຫ້ປະຊາຊົນ, ອົງການຕ່າງໆ ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານ, ຫລຸດຜ່ອນຄວາມເສຍຫາຍ.

ຕອບກັບ

ຂ່າວ/ບົດ​ອື່ນ