ກອງປະຊຸມນັດສາມັນເດືອນ 2 ຂອງລັດຖະບານ

ກອງປະຊຸມນັດສາມັນເດືອນ 2 ຂອງລັດຖະບານ - ảnh 1
ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ວູ​ດຶກ​ດາມ
(ພາບ: chinhphu.vn)


(vovworld) -     ດັ່ງ​ທີ່​ພວກ​ເຮົາ​ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 28/02, ລັດຖະບານ​ໄດ້ຈັດກອງປະຊຸມ​ນັດ​ສາມັນ​ເດືອນ 2. ພາຍຫຼັງ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ວູ​ດຶກ​ດາມ ​​ໄດ້​ເປັນປະທານ​ການ​ປະຊຸມ​ຂ່າວ ​ເພື່ອ​ແນ​ໃສ່​ແຈ້ງ​ໝາກຜົນ​ຂອງ​ກອງ​ປະຊຸມ, ສະພາບ​ເສດຖະກິດ​ສັງຄົມໃນ​ເດືອນ 2 ກໍ​ຄື​ມາງ​ມາດ​ຕະການ​ບໍລິຫານ​ຂອງ​ລັດຖະບານ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ຕອບ​ຄຳ​ຖາມ​ຂອງ​ບັນດາ​ນັກ​ຂ່າວ​ກ່ຽວ​ກັບບັນດາ​ບັນຫາ​ເຊິ່ງຫາງ​ສຽງ​ພວມ​ມີ​ຄວາມ​ສົນ​ໃຈ. ຕາມ​ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ວູ​ດຶກ​ດາມ ​ແລ້ວ, ​ເສດຖະກິດ​ຫວຽດນາມ ພວມ​ມີ​ສັນຍານ​ຢ່າງ​ຕັ້ງໜ້າ. ນັ້ນ​ແມ່ນ, ຕາມ​ບົດ​ລາຍ​ງານ​ຫຼ້າ​ສຸດ​ຂອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ແລ້ວ, ປະຈຸ​ບັນອັດຕາ​ໜີ້​ເສຍ​ໄດ້​ຫຼຸດ​ແຕ່ 8% ລົງ​ເຫຼືອ​ພຽງ 6% ​ໃນ​ສະພາບ​ທີ່​ບໍລິສັດ​ແກ້​ໄຂ​ໜີ້​ເສຍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ດັ​ດສະ​ນີລາຄາ​ໃຊ້​ສອຍ (CPI) ​ໃນ 2 ​ເດືອນ ຕົ້ນ​ປີ​ແມ່ນ 2,59%, ຫຼຸດ​ລົງ​ເມື່ອ​ທຽບ​ກັບ​ໄລຍະ​ດຽວກັນ​ຂອງ​ປີ 2012. ຫວຽດນາມ ​ໄດ້​ວາງ​ອອກ​ຄາດໝາຍ​ລວມ​ແມ່ນ ​ໃນ​ປີ 2013 ນີ້, ທັງ​ພັດທະນາ​ການເຕີບ​ໂຕ ທັງ​ຄວບ​ຄຸມ​ໄຟ​ເງິນ​ເຟີ້. ​ເພື່ອ​ປະ​ຕິ​ບັດ​ໄດ້​ຄາດໝາຍ​ດັ່ງກ່າວ, ລັດຖະບານ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບຕ້ອງ​ຕິດຕາມ​ກວດກາ​ຢ່າງ​ໃກ້ຊິດຕໍ່​ບັນດາ​ຄາ​ດໝາຍ ​ເພື່ອ​ສົມທົບ​ກັນ​ບໍລິຫານ.

ເມື່ອ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ບັນດາ​ທະນາຄານ​ການ​ຄ້າເກ​ັບຄ່າ​ບໍລິການ​ສຳລັບ​ລູກ​ຄ້າ​ນຳ​ໃຊ້ບັດ​ບໍລິການ ATM ​ເລີ່​ມ​ແຕ່​ວັນ​ທີ 01/03, ທ່ານ ຫງວຽນ​ດົ່ງ​ຕຽນ, ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ໃຫ້​ຮູ້​ວ່າ.

“​ເລື່ອງຍົກ​ອອກ​ບັນດາ​ລະດັບ​ຄາ​ບໍລິການ​ນີ້ ອິ່ງບົນພື້ນຖານ​ກົດໝາຍ, ພ້ອມ​ທັງຮັບປະກັນ​ອົງການ​ຈັດ​ຕັ້ງ​ສິນ​ເຊື່ອ ​ໄດ້​ຮັບ​ການ​ເຄື່ອນ​ໄຫວ​ຢ່າງ​ດີກ​ວ່າ ​ແລະ ກໍ​ບົນ​ຫຼັກການຜູ້ອຸປະ​ໂພ​ກບໍລິ​ໂພ​ກເຫັນ​ດີນຳ, ຕອບ​ສະໜອງ​ໄດ້​ໃຫ້​ແກ່​ຝ່າຍ​ສະໜອງ ແລະ ນຳ​ໃຊ້. ​​ແລະ ພ້ອມ​ທັງປະຕິບັດ​​ແຜນນະ​​ໂຍບາຍສຳຄັນ​ແມ່ນ​ຫຼຸດຜ່ອນ​ການ​ນຳ​ໃຊ້​ເງິນສົດ ​ແລະ ສົ່ງ​ເສີມ​ບັນດາ​ຮູບ​ແບບ​ບໍ່​ນຳ​ໃຊ້​ເງິນສົດ”.

ຂ່າວ/ບົດ​ອື່ນ