ກອງປະຊຸມບັນດາແຂວງແຄມທະເລພາກກາງຜັນຂະຫຍາຍການປະບັດຄຳສັ່ງ 03

(vovworld) - ຕອນ​ເຊົ້າ​ວັນ​ທີ 14/4, ຢູ່​ນະຄອນ ຕູຍ​ຮ່ວາ, ​ແຂວງ​ຟູ໋ອຽນ, ຄະນະ​ເລຂາ​ສູນ​ກາງ​ພັກ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ບັນດາ​ແຂວງຢູ່​ເຂດແຄມ​ທະ​ເລ​ພາກ​ກາງຫວຽດນາມຜັນ​ຂະຫຍາຍ​ການ​ປະ​ບັດ​ຄຳ​ສັ່ງ 03 ປີ 2012 ຂອງ​ກົມ​ການ​ເມືອງ, ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ​ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ. ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ.

ກອງປະຊຸມບັນດາແຂວງແຄມທະເລພາກກາງຜັນຂະຫຍາຍການປະບັດຄຳສັ່ງ 03 - ảnh 1
(ພາບ: phuyen.com.vn)

        ຢູ່​ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ວິທີ​ປະຕິບັດ​ທີ່​ດີ, ຮູບ​ແບບ​ໃໝ່​ໃນ​ການ​ຮ່ຳຮຽນ ​ແລະ​ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ. ທ່ານ Phan Cong Tuyen, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ ອົງຄະ​ນະ​ພັກ​ແຂວງ​ເທື່ອ​ທຽນ​ເຫ໋ວ ​ໃຫ້​ຮູ້​ວ່າ:

        ”​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ 03 ​ຕ້ອງ​ມີ​ການ​ກະທຳ​ຢ່າງ​ລະອຽດ. ຕ້ອງ​​ເຮັດ​ໃຫ້ໜ້າ​ທີ່​ການ​ເມືອງປະກົດ​ຜົນ​ເປັນ​ຈິງ, ດັ່ງ​ນັ້ນ​, ຢູ່ບັນດາ​ຕາ​ແສງ, ສະມາຄົມ​ນັກຮົບ​ເກົ່າ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ ​ລ້ວນ​ແຕ່ມີ​ປັດ​ໃຈ​ໃໝ່, ​ແບບຢ່າງ​ທີ່​ດີ​ເດັ່ນ​ໃໝ່ ”.

        ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ຄວນ​ຮັບ​ຮູ້​ແຜນ​ນະ​ໂຍບາຍ​ຂອງ​ກົມ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ.

        ”ຕ້ອງສຸມ​ໃສ່​ຊີ້​ນຳ, ຖືການ​ຮ່ຳຮຽນ ​ແລະ​ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ​ແມ່ນ​ວຽກ​ງານ​ປະຈຳ, ມີ​ຄວາມ​ສຳຄັນ ຕິດ​ພັນ​ກັບ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ອົງການ, ຫົວໜ່ວຍ, ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ ກໍ່​ຄື​ຂອງ​ປະຊາຊົນ. ປະຕິບັດ​ໜ້າ​ທີ່​ການ​ເມືອງ, ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ທ້ອງ​ຖີ່​ນ, ຕ້ອງຕິດ​ພັນ​ກັບ​​ການຊາບ​ຊືມ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ 4, ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ສະພາບ​ການ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ