ກອງ​ປະ​ຊຸມ​ປຶດ​ສາ​ຫາ​ລື​ແຫ່ງ​ຊາດ​ກ່ຽວ​ກັ​ບ​ການ​ຕີ​ລາ​ຄາ​ ການ​ຜັນ​ຂະ​ຫຍາຍ​ແຜນ​ການ​​ປະ​ຕິ​ບັດວຽກ​ງານຂໍ້​ລ​ິ​ເລີ່ມໃນ​ການເຊື່ອມ​ໂຍງ​ອາ​ຊຽນ​ໄລ​ຍະ III

(VOVWORLD) -ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະເລຂາທິການ ອາຊຽນ ຈັດຕັ້ງກອງປະຊຸມປຶກສາຫາລືແຫ່ງຊາດກ່ຽວກັບການຕີລາຄາ ການຜັນຂະຫຍາຍແຜນການວຽກງານຂໍ້ລິເລີ່ມໃນ ການເຊື່ອມໂຍງອາຊຽນ (IAI) ໄລຍະ III. 
ກອງ​ປະ​ຊຸມ​ປຶດ​ສາ​ຫາ​ລື​ແຫ່ງ​ຊາດ​ກ່ຽວ​ກັ​ບ​ການ​ຕີ​ລາ​ຄາ​ ການ​ຜັນ​ຂະ​ຫຍາຍ​ແຜນ​ການ​​ປະ​ຕິ​ບັດວຽກ​ງານຂໍ້​ລ​ິ​ເລີ່ມໃນ​ການເຊື່ອມ​ໂຍງ​ອາ​ຊຽນ​ໄລ​ຍະ III - ảnh 1ທ່ານ ຫງວຽນວັນຖາວ, ຜູ້ຊ່ວຍວຽກຂອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN) 

ຢູ່ຫວຽດນາມນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຕີລາຄາການຜັນຂະຫຍາຍບັນດາໂຄງການໃນຂອບເຂດແຜນການປະຕິບັດວຽກງານ IAI ໄລຍະ III (2016 - 2020)ອີງຕາມໝາກຜົນຕົວຈິງຂອງ ຫວຽດນາມ.

        ກອງປະຊຸມປຶກສາຫາລືກໍ່ແມ່ນໂອກາດເພື່ອໃຫ້ບັນດາກະຊວງ, ອົງການຂອງ ຫວຽດນາມຕີລາຄາບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຜ່ານນັ້ນສະເໜີບັນດາຂໍ້ສະເໜີແນະທີ່ເໝາະສົມກັບການກໍ່ສ້າງ ແລະ ຜັນຂະຫຍາຍບັນດາໂຄງການ IAI ໃນໄລຍະຈະມາເຖິງ ຢ່າງມີປະສິດທິຜົນ, ມຸ່ງໄປເຖິງການກໍ່ສ້າງປະຊາຄົມ ອາຊຽນທີ່ມີຄວາມສະໜິດແໜ້ນ ດ້ານການເມືອງ, ຮ່ວມສຳພັນດ້ານກັບເສດຖະກິດ, ພັດທະນາຢ່າງສະໝ່ຳສະເໝີ, ແລະ ປະຊາຄົມອາຊຽນທີ່ມຸ່ງໄປເຖິງປະຊາຊົນ ແລະ ຖື ປະຊາຊົນເປັນໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ