ກອງປະຊຸມປະຈຳປີ ສະຫະພັນບັນດານັກຜະລິດ ເສັ້ນໄໝສາກົນ

ກອງປະຊຸມປະຈຳປີ ສະຫະພັນບັນດານັກຜະລິດ ເສັ້ນໄໝສາກົນ - ảnh 1

(ພາບ:ອິນ​ເຕີ​ແນັດ)

(VOV)- ກອງ​ປະຊຸມ​ປະຈຳ​ປີ 2012 ຂອງ​ສະຫະພັນ​ບັນດາ​ນັກ​ຜະລິດ​ເສັ້ນ​ໄໝສາກົນ​ໄດ້​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 200 ທ່ານ​ທີ່​ມາ​ຈາກ 26 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ດ້ວຍ​ຫົວ​ຂໍ້​ວ່າ: “ການ​ທ້າ​ທາຍ​ຕໍ່​ຂະ​ແໜງ​ອຸດສາຫະກຳ​ຕ່ຳ​ແຜ່ນ: ປະຈຸ​ບັນ ​ແລະ ​ໃນ​ອະນາຄົດ“. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ບັນດ​າບັນຫາ​ໃນ​ການ​ສະໜ​ອງ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ທົ່ວ​ໂລກ​ກໍ່​ຄື​ຍົກ​ອອກ​ທິດ​ທາງ​ດຳ​ເນີນ​ທຸລະ​ກິດ​ຂະ​ແໜງ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ໃນ​ສະພາບ​ການ​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ​ໃນ​ທ້ອງ​ຕະຫຼາ​ດ. ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່​ມຊ້​ອນຂອງຂະ​ແໜງ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບຫວຽດນາມ, ທ່ານ Bashi H.Ali Mohamad ປະທານ​ສະຫະພັນ​ບັນດາ​ນັກ​ຜະລິດ​ເສັ້ນ​ໄໝສາກົນ​ເນັ້ນໜັກ​ວ່າ:

   “ການ​ລົງທຶນ​ເຂົ້າບັນດາ​ການ​ເຄື່ອນ​ໄຫວ ​ແລະ ​ເຄື່ອງ​ຈັກ​ຕ່ຳ​ແຜ່ນ​ຕັດຫຍິບ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ສົມຄວນ, ຈາກ​ໂຮງງານ 600 ​ແຫ່ງ​ໄດ້​ເພີ່ມ​ຂຶ້ນ​ເປັນ 2000 ​ແຫ່ງ​ໃນ​ປີ 2011 ຂະ​ແໜງ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບຫວຽດນາມ ພວມ​ມີ​ການ​ພັດທະນາ​ຢ່າງ​ແຮງ.“

   ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ​ເນັ້ນໜັກ​ວ່າ:​ ລັດຖະບານ​ຫວຽດນາມ ກຳນົດ​ວ່າ, ຮອດ​ປີ 2020, ຂະ​ແໜງ​ອຸດສາຫະກຳເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ແມ່ນຂະ​ແໜງ​ອຸດສາຫະກຳສຳຄັນ, ຍູ້​ແຮງ​ການ​ຜະລິດ​ແພ​ດ້ວຍ​ຫຼັກ​ແຫຼ່ງ​ແມ່ນ​ກຸ່ມ​ບໍລິສັດເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບຫວຽດນາມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຍູ້​ແຮງ​ການ​ລົງທຶນ​ຈາກຕ່າງປະ​ເທດ.

 

ຂ່າວ/ບົດ​ອື່ນ