ກອງປະຊຸມປະທານແນວໂຮມປະເທດຊາດບັນດາແຂວງນະຄອນປີ 2012

ກອງປະຊຸມປະທານແນວໂຮມປະເທດຊາດບັນດາແຂວງນະຄອນປີ 2012 - ảnh 1
ກອງ​ປະຊຸມ​ປະທານ​ຄະນະ​ກຳມະການໂຮມ​ປະ​ເທດ​ຊາດ​ບັນດາ​ແຂວງ​ນະຄອນ
( ພາບ: mattran.org.vn )
( vovworld ) ວັນ​ທີ 11/7, ຢູ່​ນະຄອນ​ບວນມາ​ທວດ, ​ແຂວງ​ດັກ​ລັກ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ປະທານ​ຄະນະ​ກຳມະການແນວແນວໂຮມ​ປະ​ເທດ​ຊາດ​ບັນດາ​ແຂວງ​ນະຄອນ ​ເພື່ອຜັນ​ຂະຫຍາຍ​ວຽກ​ງານ 6 ​ເດືອນ ທ້າຍ​ປີ. ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕີ​ລາຄາ​ວ່າ, ​ໃນ 6 ​ເດືອນ​ຕົ້ນ​ປີ, ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທຸກ​ຂັ້ນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ບັ້ນ​ຂົນ​ຂວາ​ຍ​ໃໝ່ຫຼາຍ​ຢ່າງ, ອັນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປະຕິບັດ​ໄດ້​ດີ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ທຸກ​ຂັ້ນ ​ແລະ ບັນດາອົງການ​ຈັດ​ຕັ້ງ​ສະມາຊິກ ​ເນື່ອງ​ໃນ​ໂອກາດ​ປີ ”​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012” ​ແລະ ປີ ”ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ”. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ. ທ່ານ Huynh Dam, ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ,ກ່າວ​ວ່າ:

”​ໂດຍ​ຜ່ານ​ກອງ​ປະຊຸມ​ນີ້, ພວກ​ເຮົາ​ມີ​​ໂອກາດ​ແລ​ກປ່ຽນ, ຖອດ​ຖອນ​ບົດຮຽນ​ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ​ນຳ​ກັນ, ພ້ອມທັງ​ປະກອບຄວາມ​ເຫັນ​​ເພື່ອ​ມີ​ພື້ນຖານ​ພຶດຕິ​ກຳ​ຕົວ​ຈິງ​ແນ​ໃສ່​ປະຕິບັດ​ບົດບາດ​ຊີ້​ນຳ, ​ແນະນຳ, ບໍລິຫານ​​ແນວ​ໂຮມຂອງ​ຕົນ, ຈາກ​ນັ້ນ​ສ້າງ​ກຳລັງ​ແຮງ​ໃໝ່​​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ມຸ້ງ​ຫວັງ​ຂອງ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ ​”

ຂ່າວ/ບົດ​ອື່ນ