ກອງປະຊຸມຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພາຍຸນ້ຳຖ້ວມທົ່ວປະເທດປີ 2012.

ກອງປະຊຸມຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພາຍຸນ້ຳຖ້ວມທົ່ວປະເທດປີ 2012. - ảnh 1

(vovworld) - ຕອນ​ເຊົ້າ​ວັນ​ທີ 3/3, ຢູ່​ນະຄອນ ຍາ​ຈາງ, ​ແຂວງ ​ແຄ໋ງຮ່ວາ, ​ໄດ້​ຈັດກອງ​ປະຊຸມສະຫຼຸດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພາຍຸ ​ແລະ​ ຊອກ​ຫາ, ກູ້​ໄພ​ກູ້​ຊີບ ປີ 2011, ​ແລະ  ຜັນ​ຂະຫຍາຍ​ໜ້າ​ທີ່ ປີ 2012. ປີ 2011, ສະພາບ​ໄພ​ທຳ​ມະ​ຊາດ​ໄດ້​ຜັນ​ແປ​ໄປ​ຢ່າງ​ສັບສົນ, ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ​ ຊີວິດ​ຂອງ​ປະຊາຊົນ. ​ໄພ​ທຳ​ມະ​ຊາດ​ໄດ້​ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີວິດ ​ແລະ​ ຫາຍ​ສາບ​ສູນ​ເກືອບ 300 ຄົນ, ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ແມ່ນ​ກວ່າ 12.000 ຕຶ້ດົ່ງ. ໜ້າ​ທີ່​ປີ 2012 ຖືກ​ວາງ​ອອກດ້ວຍ​ບັນດາ​ໂຄງການ​ຈຸດໝາຍ​ອັນ​ລະອຽດ, ​ໃນ​ນັ້ນ​ປະຕິບັດ​ທິດ​ນຳ ”​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານ, ຮັບ​ມື​ຢ່າງ​ທັນ​ການ ​ແລະ​ ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ຖື​ການ​ປ້ອງ​ກັນ ​ແລະ ຕ້ານ​ແມ່ນ​ຕົ້ນ​ຕໍ່”. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາ​ງຈູງ​ຫາຍ , ກ່າວ​ວ່າ:

        ”ບັນດາ​ສູນ​ຊອກ​ຫາ, ກູ້​ໄພ, ກູ້​ຊີບ​ຂອງ​ພວກ​ເຮົາ ກໍ່​ຄື​ກຳລັງ​ກອງທັບ​ເຮືອ, ຍາມ​ໃດ​ກໍ່ໃຫ້​ບຸລິ​ມາ​ສິດ​ແກ່​ການ​ກູ້​ເອົາ​ຊີວິດມະນຸດ. ​ແຕ່​ກຳລັງ​ ກ່ຳ​ປັ່ນ, ​ເຮືອ​ຂອງ​ພວກ​ເຮົາ​ພັດ​ຖືກ​ຈຳກັດ​ຢູ່. ​ໃນ​ຂະນະ​ໄປ​ກູ້​ໄພ, ກູ້​ຊີບ, ຖ້າ​ພວກ​ເຮົາ​ພຽງ​ແຕ່ເອົາ​ໃຈ​ໃສ່​ເຖິງ​ການ​ກູ້​ເອົາ​ຊັບ​ສິນ, ບໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ກູ້​ເອົາ​ປະຊາຊົນ ​ແມ່ນ​ບໍ່​ບັນລຸ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ”

 

 

ຂ່າວ/ບົດ​ອື່ນ