ກອງປະຊຸມຜັນຂະຫຍາຍວຽກງານປ້ອງກັນແລະຄວບຄຸມໂລກໄຂ້ຫວັດ A/H7N9

ກອງປະຊຸມຜັນຂະຫຍາຍວຽກງານປ້ອງກັນແລະຄວບຄຸມໂລກໄຂ້ຫວັດ A/H7N9 - ảnh 1
ພາບປະກອບ:internet


(vovworld) -  ຕອນ​ເຊົ້າ​ວັນ​ທີ 13/4, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມ​​ໂລກ​ໄຂ້ຫວັດ A/H7N9. ພາຍຫລັງ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ໂລກ​ໄຂ້ຫວັດ A/H7N9 ​ເກີດ​ຂຶ້ນ​ຢູ່ ຈີນ, ກະຊວງ​ສາທາລະນະ​ສຸກ​ໄດ້​ພົວພັນ​ຕິດ​ຕໍ່​ຢ່າ​ງ​ແຫນ້ນ​ແຟ້ນກັບ​ອົງການ​ອະນາ​ໄມ​ໂລກ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເພື່ອ​ກຳ​ແຫນ້ນ​ສະພາບ​ການ ພ້ອມ​ທັງ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ ຊີ້​ນຳບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກລະບາດຢ່າງ​ຂ້ຽວຂາດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ຫງວຽນທິກີ​ມຕຽນ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “​ເຖິງ​ວ່າ​ໂລກ​ລະບາດ A/H7N9 ບໍ່​ທັນ​ເກີດ​ຂຶ້ນ​ຢູ່ ຫວຽດນາມ ກໍ​ຕາມ​ແຕ່​ໄພ​​ເຊື່ອມຊືມ​ເຂົ້າ​ແມ່ນ​ໃຫຍ່​ຫລວງ ​ເພາະວ່າ ຫວຽດນາມ ມີ​ເສັ້ນ​ຊາຍ​ແດນ​ທາງບົກ​ຕິດ​ກັບ​ຈີນ ມີ​ຄວາມຍາວ 1350 ກິ​ໂລ​ແມດ, ມີ​ 42 ດ່ານ​ຊາຍ​ແດນ​ສາກົນ ​ແລະ​ຕະຫລາດ​ນ້ອຍ​ຫລາຍ​ແຫ່ງ​ຢູ່​ລຽບຕາມ ຊາຍ​ແດນ ຫວຽດນາມ - ຈີນ. ສະ​ນັ້ນ ຫນ້າ​ທີ່​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກລະບາດບໍ່​ພຽງ​ແຕ່​ແມ່ນ​ຂອງ​ຂະ​ແຫນງ​ສາທາລະນະ​ສຸກ​ເທົ່າ​ນັ້ນ ຫາກ​ຍັງ​ຂອງ​ຫລາຍ​ກະຊວງ, ຂະ​ແຫນງ​ການ ​ແລະ ພິ​ເສດ​​ແມ່ນ​ການ​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ.”

 

 

 

ຂ່າວ/ບົດ​ອື່ນ