ກອງປະຊຸມຜັນຂະຫຍາຍວຽກງານສື່ຂ່າວກັບຕ່າງປະເທດໂຄສະນາກ່ຽວກັບທະເລ,ເກາະແລະປັກຫຼັກໝາຍຊາຍແດນປີ2014

ກອງປະຊຸມຜັນຂະຫຍາຍວຽກງານສື່ຂ່າວກັບຕ່າງປະເທດໂຄສະນາກ່ຽວກັບທະເລ,ເກາະແລະປັກຫຼັກໝາຍຊາຍແດນປີ2014 - ảnh 1
ທ່ານ ດິງເທ໋ຮິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Trọng Đức/TTXVN)


(vovworld) – ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ສື່ຂ່າວ​ພົວພັນ​ຕ່າງປະ​ເທດ​ໂຄສະນາ​ກ່ຽວ​ກັບ​ທະ​ເລ,​ເກາະ​ຂີດ​ເສັ້ນ​ຊາຍ​ແດນ ​ແລະ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ປີ 2014 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​​ເຊົ້າ​ວັນ​ທີ 14/1, ຢູ່ ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ໄຈ້​ແຍ​ກ, ຖອດ​ຖອນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ປີ 2013, ຈາກ​ນັ້ນ ຊອກ​ຫາ​ບັນດາ​ມາດ​ຕະການ​ມີ​ລັກສະນະ​ເປັນ​ໄປ​ໄດ້​ເພື່ອ​ຜັນ​ຂະຫຍາຍ​ການປະຕິບັດ​ທິດ​ທາງ​ໜ້າ​ທີ່​ວຽກ​ງານ​ໃນ​ປີ 2014.

        ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ, ຫົວໜ້າ​ຄະນະ​ໂຄສະ​ນາ​ສຶກສາ​ສູນ​ກາງ, ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ສື່​ຂ່າວກັບ​ຕ່າງປະ​ເທດ ດິງ​ເທ໋ຮິງ ​ເນັ້ນ​ໜັກ​ວ່າ: ບົນ​ພື້ນຖານ​ການ​ແນະນຳຂອງ​ຄະນະ​ໂຄ​ສະ​ນາ​ສຶກສາ​ສູນ​ກາງ, ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖີ່​ນ​ເປັນ​​ເຈົ້າ​ການ​ກໍ່ສ້າງ​ແຜນການ​​ກ່ຽວ​ກັບ​ສື່​ຂ່າວ​ພົວພັນ​ຕ່າງປະ​ເທດ, ​ໂຄສະນາ​ເຜິ​ຍ​ແຜ່​ກ່ຽວ​ກັບ​ທະ​ເລ, ​ເກາະ ​ແລະ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ ນັບ​​ແຕ່​ຊຸມ​ເດ​ືອນຕົ້ນ​ປີ 2014. ສືບ​ຕໍ່​ປ່ຽນ​​ໃໝ່ ​ແລະ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສື່​ຂ່າວກັບ​ຕ່າງປະ​ເທດ, ​ ພ້ອມ​ທັງ ຍົກ​ສູງ​ປະສິດທິ​ຜົນ​ການ​ສົມທົບກັນ​ລະຫວ່າງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ. ພິ​ເສດ, ຄວນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອົງການ​ຕາງໜ້າ ຫວຽດນາມ ​ແລະ ປະຊາ​ຄົມຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ເພີ່ມ​ທະວີ​ສື່ຂ່າວ​ດ້ວຍ​ພາສາ​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ