ກອງປະຊຸມຜັນຂະຫຍາຍໂຄງການສ້າງກົດໝາຍ, ລັດຖະບັນຍັດ 6 ເດືອນທ້າຍປີ 2012

ກອງປະຊຸມຜັນຂະຫຍາຍໂຄງການສ້າງກົດໝາຍ, ລັດຖະບັນຍັດ 6 ເດືອນທ້າຍປີ 2012 - ảnh 1
( ພາບປະກອບ )

(vovworld) – ​    ​​ຕອນ​ບ່າຍ​ວັນ​ທີ 13/7, ຢູ່​ຮ່າ​ໂນ້ຍ, ຄະນະ​​ປະຈຳສະພາ​ແຫ່ງຊາດ ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ 6 ​ເດືອນ​ທ້າຍ​ປີ 2012ແລະ ປີ 2013. ກາວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ເນັ້ນ​ໜັກ​ວ່າ ປີ 2013 ​​ແມ່ນ​ປີບານພັບ​ໃຫ້​ແກ່​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ໂຄງການສ້າງ​ກົດໝາຍ, ລັດຖະບັນຍັດ​ໃນ​ທັງ​ອາຍຸ​ການ, ​ສະ​ນັ້ນ, ຄວນ​ສຸມ​ໃສ່ ​ແລະ ສະຫງວນ​ເວລາ​ຫຼາຍ; ບັນດາ​ອົງການ​ຮຽບຮຽງ, ອົງການ ກວດກາ ຕ້ອງ​ປະຕິບັດ​ວຽກ​ງານ​ດ້ວຍ​ໜ້າ​ທີ່​ຮັບຜິດຊອບ​ສູງ, ຕ້ອງ​ປ່ຽນ​ໃໝ່​ວິທີ​ເຮັດ​, ​ໃຫ້​ມີ​ປະສິດທິ​ຜົນ, ມີ​ວິທີ​ວິທະຍາສາດ ​ແລະ ​ເໝາະ​ສົມ ​ເພື່ອ​ຮັບປະກັນ​​ໃຫ້ໂຄງການ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ຊີ້​ແຈ້ງວ່າ.

“​ໃນ​ເງື່ອນ​ໄຂທີ່​ພວກ​ເຮົາ​ພວມ​ສຸມ​ໃສ່​ແຫຼ່ງກຳລັງ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກ​ກະຕິ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ປັງ​ປຸງ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນຄວາມ​ສະຫງົບ, ບັນດາ​ອົງການ, ອົງການ​ຈັດ​ຕັ້ງຕ້ອງ​ມີຄວາມຮັບຜິດຊອບ​ສູງ.​ ພ້ອມ​ທັງຕ​້ອງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ, ການ​ພົວພັນ​ສົມທົບກັນລະຫວ່າງຄະນະ​​ປະຈຳສະພາ​ແຫ່ງຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ກັບ​ລັດຖະບານ, ບັນດາ​ອົງການ​ກ່ຽວຂ້ອງທີ່​ສຳຄັນ​ໃນ​ການ​ເຄື່​ອນ​ໄຫວ​ສ້າງ​ກົ​ດໝາຍ​, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ການຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ໂຄງການ​ສ້າງ​ກົດໝາຍ ​ແລະ ລັດຖະບັນຍັດ

ຂ່າວ/ບົດ​ອື່ນ