ກອງປະຊຸມລັດຖະບານປະຈຳເດືອນ 5/2018

(VOVWORLD) - ຕອນເຊົ້າວັນທີ 02 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ພຶດສະພາ 2018.
ກອງປະຊຸມລັດຖະບານປະຈຳເດືອນ 5/2018 - ảnh 1 ກອງປະຊຸມລັດຖະບານປະຈຳເດືອນ 5/2018 (ພາບ: VGP)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ ສະພາບການເສດຖະກິດ-ສັງຄົມເດືອນ ເມສາ ແລະ ເດືອນ ພຶດສະພາ ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ບັນດາອົງການຈັດຕັັ້ງສາກົນຕີລາຄາສູງແງ່ຫວັງເສດຖະກິດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ເປັນຕົ້ນແມ່ນ ຫລຸດຜ່ອນລະບຽບການບໍລິຫານຄືດັ່ງທີ່ບັນດາກະຊວງ, ຂະແໜງການໄດ້ໃຫ້ຄຳໝັ້ນສັນຍາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຫລາຍກະຊວງໄດ້ຖະແຫຼງຫລຸດຜ່ອນລະບຽບການບໍລິຫານ ແຕ່ຍັງເປັນຮູບການ, ຍັງບໍ່ທັນເຂົ້າສູ່ພຶດຕິກຳຕົວຈິງ, ຍັງມີຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ສະພາບແວດລ້ອມແຫ່ງການລົງທຶນ. ມະຕິເລກທີ 19 ໄດ້ປະກາດ ບັນດາຄາດໝາຍລະອຽດທີ່ສຸດ, ແຕ່ບາງຂັ້ນ, ຂະແໜງການຍັງບໍ່ທັນຂ້ຽວຂາດໃນບັນຫານີ້. ພວກເຮົາປຶກສາຫາລືບັນຫານີ້ ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີກ່ວາ ເພື່ອບັນລຸຄາດໝາຍວິສາຫະກິດ 1 ລ້ານແຫ່ງໃນປີ 2020 ແລະ ວິສາຫະກິດຕ້ອງປ່ຽນແປງກ່ຽວກັບເນື້ອແທ້.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າ ບັນດາກະຊວງ, ຂະແໜງການທ້ອງຖິ່ນ ຄວນກະກຽມດຳເນີນການສະຫລຸບ, ຕີລາຄາສະພາບການດ້ານເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ ເພື່ອກວດກາຄືນໝາກຜົນແຫ່ງການປະຕິບັດບັນດາເປົ້າໝາຍ, ໜ້າທີ່ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ