ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ NATO

ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ NATO - ảnh 1

ກຳລັງທະຫານ NATO ຢູ່ອາບການິສະຖານ
 (ພາບ: AP).

(vovworld) -  ປັບປຸງ​ຄວາມ​ສາມາດ​ປ້ອງ​ກັນ ​ແລະ ພາລະ​ໜ້າ​ທີ່​ຂອງ​ອົງການ​ຈັດ​ຕັ້ງ​ສົນທິສັນຍາອັກ​ລັງ​ຕິກ​ເໜືອ (NATO) ຢູ່​ອາບ​ກາ​ນິສະຖານ ພາຍຫຼັງ​ປີ 2014 ​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່ ​ທີ່ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລື​ທີ່ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຂອງ 28 ປະ​ເທດ​ສະມາຊິກ​ອົງການ NATO ​ທີ່ພວມ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 9-10/10 ຢູ່​ແບນ​ຊິກ. ​ໃນ​ມື້​ເຮັດ​ວຽກ​ທຳ​ອິດ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ 28 ປະ​ເທດ​ສະມາຊິກ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ 20 ​ໂຄງການ​ນາໆ​ຊາດ ທີ່​ຂຶ້ນ​ກັບ​ລາຍການ ”ປ້ອງ​ກັນ​ສະຫຼາດ”, ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ສຸດ​ຍອດ ຈີ​ກາ​ໂກ… ນອກ​ນັ້ນ, NATO ຄາດ​ວ່າ​ຈະ​ສະ​ເໜີ​ຕື່ມ 10 ​ໂຄງການ​ນາໆ​ຊາດ, ​ໃນ​ນັ້ນ​ສຸມ​ໃສ່​ບັນຫາ​ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ເຄືອ​ຂ່າຍ. ບັນດາລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ NATO ກໍ່​ພິຈາລະນາ​ຄວາມ​ສາມາດ​ປ້ອງ​ກັນ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ​ໃນ​ສະພາບ​ວິ​ກິດ​ການ​ເສດຖະກິດ, ຈາກ​ນັ້ນ​ຈະ​ຊ່ວຍ NATO ​ເພີ່ມ​ທະວີ​ວິວັດ​ການວາງ​ແຜນການ​ປ້ອງ​ກັນ​ຂອງ​ຕົນ. ຕາມ​ທ່ານ​ເລຂາທິການ​ໃຫຍ່ NATO,  Anders Fogh Rasmussen ​ແລ້ວ, ບັນດາ​ປະ​ເທດ​ສະມາຊິກ​ຕ້ອງ​ຮັບປະກັນ​ກຳລັງ ​ແລະ ຄວາມ​ສາມາດ​ຢູ່​ກັບ​ທີ່ ​ເພື່ອ​ສາມາດ​ຮັບ​ປະກັນ​ຄວາມ​ໝັ້ນຄົງ​ໃນ​ສະຕະວັດທີ 21 ນີ້.

​ໃນ​ມື້​ເຮັດ​ວຽກ​ທີ 2, ບັນດາ​ລັດຖະມົນຕີ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ມອບ​ຮັບ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ກຳລັງ​ຕ່າງໆ​ຂອງ​ອາບ​ກາ​ນິສະຖານ ​ແລະ ພາລະ​ໜ້າ​ທີ່​ຂອງ NATO ພາຍຫຼັງ​ຖອນ​ທະຫານ​ອອກ​ຈາກ​ອາບ​ກາ​ນິສະຖານ​ໃນ​ທ້າຍ​ປີ 2014.

ຂ່າວ/ບົດ​ອື່ນ