ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ໂທ​ລະ​ຄົມ​ມະ​ນາ​ຄົມ-ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານອາ​ຊຽນ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ໂທ​ລະ​ຄົມ​ມະ​ນາ​ຄົມ-ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານອາ​ຊຽນ - ảnh 1
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ ອາ​ຊຽນ 2014

(vovworld)- ແຕ່​ວັນ​ທີ 26-27/11, ຢູ່ ນະ​ຄອນ​ ດາ​ຫນັງ, ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຫວຽ​ດ​ນາມ ໄດ້​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ ອາ​ຊຽນ ຄັ້ງ​ທີ 15. ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ລັດ​ຖະ​ມົນ​ຕີ ຮັບ​ຜິດ​ຊອບ​ດ້ານ​ຄົມ​ມະ​ນາ​ຄົມ ແລະ ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ 10 ປະ​ເທດ ອາ​ຊຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ແລະ ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ພ້ອມ​ກັບ​ຜູ້​ແທນ 250 ທ່ານ. ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ໂຄງ​ການ, ການ​ເຄື່ອນ​ໄຫວ​ຮ່ວມ​ມື ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ຂໍ້​ມູນ​ຂ່າວ​ສານ, ຮັດ​ແຄບ​ຊ່ອງ​ຫວ່າງ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ໃນ​ອາ​ຊຽນ, ໂຄງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ ແລະ ບັນ​ດາ​ອົງ​ການ​ສາ​ກົນ.



ຂ່າວ/ບົດ​ອື່ນ