ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ 15 ຖືກດຳເນີນໃນວັນທີ 31/10 ຈະມາເຖິງຢູ່ລາວ

ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ 15 ຖືກດຳເນີນໃນວັນທີ 31/10 ຈະມາເຖິງຢູ່ລາວ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມ​ລັດຖະມົນຕີສິ່ງ​ແວດ​ລ້ອມ​ອາ​ຊຽນ ບໍ່​ເປັນ​ທາງ​ການ​ຄັ້ງ​ທີ 15 (IAMME) ຈະຖືກ​ດຳ​ເນີນ​ໃນ​ວັນ​ທີ 31/10 ທີ່ຈະ​ມາ​ເຖິງ​ຢູ່​ລາວ. ນີ້​ແມ່ນ​ກອງ​ປະຊຸມຖືກ​ຈັດ​ຂຶ້ນ​ປະຈຳ​ປີ ​ແລະ ນອນ​ໃນ​ເນື້ອ​ໃນການ​ຮ່ວມ​ມື​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ອາ​ຊຽນ +3 ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ກອງ​ປະຊຸມ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ກວ່າ 200 ຄົນທີ່​ມາ​ຈາກ 19 ປະ​ເທດ​ໃນ​ໂລກ. ກອງ​ປະຊຸມ​ປ​ຶກສາ​ຫາ​ລື ​ແລະ ຮັບຮອງ​ເອົາ​ບັນດາ​ເນື້ອ​ໃນ​ສຳຄັນທີ່​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ສິ່ງ​ແວດ​ລ້ອມ​ໃນ​ໂລກ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ບົດ​ລາຍ​ງານ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຄັ້ງ​ທີ 25.

        ກ່​ອນໜ້າ​ນັ້ນ, ​ແຕ່​ວັນ​ທີ 27 – 31/10, ຢູ່​ນະຄອນຫຼວງວຽງ​ຈັນ, ​ປະ​ເທດ​ລາວ ໄດ້​ດຳ​ເນ​ີນບັນດາ​ກອງ​ປະຊຸມ​ວິຊາ​ສະ​ເພາະ​ກ່ຽວ​ກັບ​ມົນ​ລະ​ພິດ​ຄວັນຂ້າມ​ຊາຍ​ແດນ​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ຄັ້ງ​ທີ 10, ກອງ​ປະຊຸມ​ລັດຖະມົນ​ຕີ​ຄັ້ງ​ທີ 4 ຂອງ​ຄະນະ​ກຳມະການ​ຊີ້​ນຳ​ກ່ຽວ​ກັບ​ມົນ​ລະ​ພິດ​ຄວັນຂ້າມ​ຊາຍ​ແດນ​ໃນ​ບັນດາ​ປະ​ເທດອະນຸ​ພາກ​ພື້ນ​ແມ່ນ້ຳຂອງ…

ຂ່າວ/ບົດ​ອື່ນ