ກອງປະຊຸມສົ່ງເສີມການລົງທຶນເງ້ອານ

ກອງປະຊຸມສົ່ງເສີມການລົງທຶນເງ້ອານ - ảnh 1

ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງເຂົ້າຮ່ວມກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​​ເງ້ອານ
(ພາບອິນເຕີແນດ)

(vovworld) - ຕອນ​ບ່າຍ​ວັນ​ທີ 21/2, ຢູ່​ນະຄອນ ວິ​ງ, ​ແຂວງ ​ເງ້ອານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ປະຈຳ​ປີ 2016. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​​ວ່າ, ລະບົບ​ກົດໝາຍ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ເສດຖະກິດ, ການ​ລົງທຶນ, ການ​ຄ້ານັບ​ມື້​ນັບ​ສົມ​ບຸນ​ແບບ, ສ້າງ​ເປັນ​ກອບ​ກົດໝາຍ​ໃຫ້ນັກ​ລົງທຶນ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ. ບົນ​ພື້ນຖານ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ປາຖະໜາ​ວ່າ, ບັນດາ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຈະ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ຫວຽດນາມ, ​ໃນ​ນັ້ນ​ມີ​ແຂວງ ​ເງ້ອານ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ທີ່​ຕັ້ງ​ພູມ​ສາດ​ອັນ​ສະດວກ, ​ແຂວງ ​ເງ້ອານ​ນັບ​ມື້​ນັບ​ກາຍ​ເປັນ​ສະຖານ​ທີ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ, ສູ້​ຊົນ​ກາຍ​ເປັນ​ແຂວງ​ເຕີບ​ໃຫຍ່​ພໍສົມຄວນ​ຢູ່​ພາກ​ເໜືອ, ​ແນ​ໃສ່​ສ້າງ​ພື້ນຖານ​ເພື່ອ​ຮອດ​ປີ 2020 ຈະ​ກາຍ​ເປັນ​ແຂວງ​ອຸດສາຫະກຳ​ໂດຍ​ພື້ນຖານ.

        ປີ 2016, ​ແຂວງ ​ເງ້ອານ​ສູ້​ຊົນ​ບັນລຸ​ຄາດໝາຍ​ດຶງ​ດູດ​ໂຄງການ​ລົງທຶນ​ໃຫ້​ໄດ້​ຢ່າງ​ໜ້ອຍ​ສຸດ​ແມ່ນ 120 ​ໂຄງການ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ແຕ່ 50.000-80.000 ຕື້​ດົ່ງ. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ດຶງ​ດູດ​ທຶນ FDI, ດ້ວຍ​ຍອດ​ຈຳນວນ​ທຶນ 8.000-10.000 ຕື້​ດົ່ງ.

ຂ່າວ/ບົດ​ອື່ນ