ກອງປະຊຸມສິ່ງແວດລ້ອມແຫຼ່ງນ້ຳອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ12

ກອງປະຊຸມສິ່ງແວດລ້ອມແຫຼ່ງນ້ຳອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ12 - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ທີ 29/11, ກອງ​ປະຊຸມ​ສິ່ງ​ແວດ​ລ້ອມ​ແຫຼ່ງນ້ຳ ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້​ຄັ້ງ​ທີ 12 ປີ 2016 ດຳ​ເນີນ​ຢູ່ ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກວິທະຍາສາດ, ນັກ​ຄຸ້ມ​ຄອງ, ວາງ​ແຜນ​ນະ​ໂຍບາຍ, ບັນດາ​ອົງການ​ຄົ້ນຄວ້າ​ຈາກ​ຫລາຍ​ແຫ່ງ​ໃນ​ໂລກ. ນີ້​ແມ່ນ​​ເວທີ​ປາ​ໄສ ​ແລະ ຕາໜ່າງສຳຄັນ​ລະຫວ່າງ​ບັນດາ​ນັກ​ຄົ້ນຄວ້າ, ນັກ​ຄຸ້ມ​ຄອງ ​ແລະ ບັນດາ​ນັກ​ຊ່ຽວຊານ​ໃນ​ພາກ​ພື້ນ ​ເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວ ​ແລະ ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຄຸ້ມ​ຄອງ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ​ແຫຼ່ງນ້ຳ. ​ເນື້ອ​ໃນ​ຕົ້ນຕໍ ​ເຊິ່ງບັນດາ​ຜູ້​ແທນ​ແບ່ງປັນ​ລວມມີ: ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ ​ແລະ ​ເຕັກ​ໂນ​ໂລ​ຢີບຳບັດນ້ຳ. ບັນດາ​ຜູ້​ແທນ​ເອົາ​ໃຈ​ໃສ່​ເຖິງ​ສິ່ງ​ແວດ​ລ້ອມ​ນ້ຳ​ແຄມ​ທະ​ເລ ​ແລະ ​ນອກ​ຝັ່ງ, ນ້ຳ​ຖ້ວມໃນ​ຕົວ​ເມືອງ ​ແລະ ຜົນ​ກະທົບ​ຕໍ່​ສຸຂະພາບ, ຄວບ​ຄຸມມົນ​ລະພິດ​ນ້ຳ​ລິນ ​ເພື່ອ​ປ້ອງ​ກັນ ​ແລະ ຫລຸດຜ່ອນ​ຜົນ​ກະທົບ​ຂອງ​ບັນດາ​ຂະ​ແໜງ​ອຸດສາຫະກຳ; ສະໜອງ​ນ້ຳ ​ແລະ ບຳບັດ​ນ້ຳ; ບຳບັດ ​ແລະ ຄຸ້ມ​ຄອງ​ນ້ຳ​ເສຍ; ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ​ແລະ ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ແຫຼ່ງນ້ຳ; ບັນດາ​ບັນຫາ​ມົນ​ລະ​ພິດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ ​ແລະ ​ເຕັກ​ໂນ​ໂລ​ຢີບຳບັດ​ສິ່ງ​ແວດ​ລ້ອມ; ບັນດາ​ເຕັກ​ໂນ​ໂລ​ຢີທີ່​ເໝາະ​ສົມ​ໃນການ​ບຳບັດ​ນ້ຳ ​ແລະ ອະນາ​ໄມ. ນີ້​ແມ່ນ​ເວທີ​ປາ​ໄສ​ໃຫຍ່ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວ​ໃນ​ການ​ຄົ້ນຄວ້າ, ບົດຮຽນ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້​ອມ​ແຫຼ່ງນ້ຳ, ພິ​ເສດ​​ແມ່ນ​ໃນ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.


ຂ່າວ/ບົດ​ອື່ນ