ກອງປະຊຸມສຸດຍອດ 3 ຝ່າຍ ລັດເຊຍ - ຕວກກີ - ອີຣານ ປຶກສາຫາລືກ່ຽວກັບ ຊີຣີ

(VOVWORLD) - ກອງປະຊຸມສຸດຍອດ 3 ຝ່າຍ ລັດເຊຍ - ຕວກກີ - ອີຣານ ປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ ໄດ້ດຳເນີນໃນວັນທີ 04 ເມສາ ຢູ່ນະຄອນຫລວງ ອານກາຣາ ຂອງຕວກກີ,

ກອງປະຊຸມສຸດຍອດ 3 ຝ່າຍ ລັດເຊຍ - ຕວກກີ - ອີຣານ ປຶກສາຫາລືກ່ຽວກັບ ຊີຣີ - ảnh 1 ທ່ານປະທານາທິບໍດີປະເທດເຈົ້າພາບ Recep Tayyip Erdogan, ພ້ອມກັບຄູ່ຕຳແໜ່ງລັດເຊຍ Vladimir Putin ແລະ ອີຣານ Hassan Rouhani

 (ພາບ: AFP/TTXVN )

 ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີປະເທດເຈົ້າພາບ Recep Tayyip Erdogan, ພ້ອມດ້ວຍການເຂົ້າຮ່ວມຂອງຄູ່ຕຳແໜ່ງລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອີຣານ Hassan Rouhani. ເປົ້າໝາຍຂອງກອງປະຊຸມຄັ້ງນີ້ ແມ່ນແນໃສ່ຊອກຫາມາດຕະການດ້ານການເມືອງໃຫ້ແກ່ການປະທະກັນທີ່ແກ່ຍາວເປັນເວລາກ່ວາ 7 ປີຜ່ານມາຢູ່ ຊີຣີ. ນີ້ແມ່ນກອງປະຊຸມ 3 ຝ່າຍຄັ້ງທີ 2 ທີ່ປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ ພາຍຫລັງກອງປະຊຸມຄັ້ງທຳອິດທີ່ດຳເນີນຢູ່ Sochi ປະເທດລັດເຊຍ ເມື່ອເດືອນ ພະຈິກ 2017.

        ຖະແຫຼງການຮ່ວມໄດ້ຍົກອອກມາພາຍຫລັງກອງປະຊຸມ, ລັດເຊຍ, ຕວກກີ ແລະ ອີຣານ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະບັນລຸຄຳສັ່ງຢຸດຍິງໄລຍະຍາວຢູ່ປະເທດຕາເວັນອອກກາງນີ້ໂດຍໄວ.

        ຕາມວົງການນັກສັງເກດການໃນພາກພື້ນແລ້ວ, ກອງປະຊຸມຄັ້ງນີ້ ໄດ້ຮັບຖືວ່າ ແມ່ນຮູບແບບໃໝ່ ໃນການເພີ່ມທະວີການຮ່ວມມື. ກອງປະຊຸມມີຄວາມຫວັງວ່າ ຈະຊອກໄດ້ມາດຕະການປອດການທະຫານ ໃຫ້ແກ່ການປະທະກັນທີ່ແກ່ຍາວກ່ວາ 7 ປີຜ່ານມາຢູ່ປະເທດຕາເວັນອອກກາງນີ້, ປະກອບສ່ວນນຳມາເຊິ່ງຄວາມສັນຕິພາບ ແລະ ສະຖຽນລະພາບໃຫ້ ຊີຣີ ເວົ້າສະເພາະ ແລະ ຕາເວັນອອກກາງເວົ້າລວມ.

 


ຕອບກັບ

ຂ່າວ/ບົດ​ອື່ນ