ກອງປະຊຸມສຸດຍອດ EU ບໍ່ສາມາດບັນລຸຂໍ້ຕົກລົງກ່ຽວກັບງົບປະມານ
ທ່ານປະທານສະພາເອີລົບ Herman Van Rompuy
(ພາບ: internet)
|
Vovworld- ວັນທີ 23/11, ກອງປະຊຸມສຸດຍອດຢ່າງບໍ່ເປັນທາງການຂອງສະຫະພາບເອີລົບ EU ໄດ້ສິ້ນສຸດລົງແຕ່ບໍ່ບັນລຸຂໍ້ຕົກລົງໃດໆກ່ຽວກັບງົບປະມານ ຂອງກຸ່ມໃນໄລຍະ 2014-2020. ເຖິງວ່າກ່ອນດຳເນີນກອງປະຊຸມ, ປະທານສະພາເອີລົບ Herman Van Rompuy ໄດ້ມີການພົບປະສະເພາະກັບການນຳບັນດາປະເທດພາຄີແຕ່ລະທ່ານກໍຕາມ, ແຕ່ຍັງບໍ່ສາມາດຮັດແຄບຄວາມບໍ່ລົງລອຍກັນໂດຍໝູນອ້ອມ ງົບປະມານ ຂອງ EU ໃນໄລຍະ 2014-2020. ໃນການປະຊຸມມື້ທີ່ 1, ບັນດານັກເຈລະຈາຍັງບໍ່ທັນເປັນເອກະສັນກັນກັບການສະເໜີຮ່າງງົບ ປະມານລວມມຸນຄ່່າ 950 ຕື້ ເອີໂຣ ໂດຍປະທານສະພາເອີລົບ Herman Rompuy ຍົກອອກມາ, ຫຼຸດ 80 ຕື້ ເອີໂຣເມື່ອທຽບໃສ່ຂໍ້ສະເໜີຂອງຄະນະກຳມະການເອີລົບ EC . ບັນດາການຜ່ອນສັ້ນຜ່ອນຍາວໃນມື້ທີ່ 2 ກໍບໍ່ໄດ້ຮັບໝາກຜົນຍ້ອນບັນດາປະເທດສະມາຊິກ EU ເກືອບທັງໝົດຄັດຄ້ານຂໍ້ສະເໜີຫຼຸດຜ່ອນການໃຊ້ຈາຍຊຶ່ງອັງກິດ ແລະ ບາງປະເທດຍົກອອກມາ. ສຸດທ້າຍທ່ານປະທານສະພາເອີລົບ Herman Rompuyໄດ້ຕົກລົງຈະເຈລະຈາກ່ຽວກັບບັນຫານີ້ຄືນໃໝ່ໃນຕົ້ນປີ 2013.