ກອງປະຊຸມສຸດຍອດ G20 ຖືກອັດລົງຢູ່ນະຄອນ Hamburg ປະເທດ ເຢຍລະມັນ

(VOVWORLD) - ວັນທີ 08 ກໍລະກົດ ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໄດ້ອັດລົງຢູ່ນະຄອນ Hamburg ປະເທດ ເຢຍລະມັນ
ກອງປະຊຸມສຸດຍອດ G20 ຖືກອັດລົງຢູ່ນະຄອນ Hamburg ປະເທດ ເຢຍລະມັນ - ảnh 1ການນຳ ອາເມລິກາ ແລະ ເຢຍລະມັນ (ພາບ: BBC)

ບັນດາປະເທດໄດ້ອອກຖະແຫຼງການຮ່ວມ ສະແດງຄວາມເຫັນດີເຫັນພ້ອມໃນບັນດາເນື້ອໃນທີ່ສຳຄັນ ລວມມີດ້ານການຄ້າ ແລະ ການປ່ຽນແປງຂອງດິນຟ້າອາກາດ. ໃນຖະແຫຼງການສຸດທ້າຍ ໄດ້ຮັບຄວາມເຫັນດີຈາກການນຳ 20 ພື້ນຖານເສດຖະກິດສະມາຊິກ, 19 ສະມາຊິກຂອງ G20 ຮັບຮອງເອົາຂໍ້ຕົກລົງຂອງ ອາເມລິກາ ຖອນອອກຈາກສັນຍາ Paris 2015 ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ. ໃນຂະນະນັ້ນ, ອາເມລິກາ ໃຫ້ຄຳໝັ້ນສັນຍາຈະ “ຮ່ວມມືຢ່າງແໜ້ນແຟ້ນ ເພື່ອໜູນຊ່ວຍບັນດາປະເທດອື່ນໆ ໄດ້ສຳຜັດ ແລະ ນຳໃຊ້ເຊື້ອເພິງຢ່າງມີປະສິດທິຜົນ ແລະ ເປັນມິດກັບສິ່ງແວດລ້ອມກ່ວາ”, ກໍ່ຄືໜູນຊ່ວຍຜັນຂະຫຍາຍບັນດາແຫຼ່ງພະລັງງານສະອາດ ແລະ ຜະລິດຄືນໃໝ່ອື່ນໆອີກ.  

ຕອບກັບ

ຂ່າວ/ບົດ​ອື່ນ