ກອງປະຊຸມສຸດຍອດ P4G: ໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນບັນດາຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) - ຄາດວ່າ, ມີຜູ້ແທນສາກົນປະມານ 600 ທ່ານທີ່ມາຈາກກວ່າ  40 ປະເທດ ແລະ ອົງການຈັດຂຶ້ນສາກົນເຂົ້າຮ່ວມເຫດການ.
ກອງປະຊຸມສຸດຍອດ P4G: ໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນບັນດາຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບ: VGP)

ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ດ້ວຍຫົວຂໍ້ “ຄູ່ຮ່ວມມືທົ່ວໂລກເພື່ອການຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ” ຈະຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 14 – 17 ເມສາ. ຄາດວ່າ, ມີຜູ້ແທນສາກົນປະມານ 600 ທ່ານທີ່ມາຈາກກວ່າ  40 ປະເທດ ແລະ ອົງການຈັດຂຶ້ນສາກົນເຂົ້າຮ່ວມເຫດການ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຢືນຢັນວ່າ, ກອງປະຊຸມສຸດຍອດ P4G ຄັ້ງນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນບັນດາຄຳໝັ້ນສັນຍາຢ່າງແຮງຂອງຕົນ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ກໍຄືຄວາມຕັດສິນໃຈຂອງປະຊາຄົມສາກົນ ຊຸກຍູ້ຍຸດທະສາດຫັນເປັນສີຂຽວ ແລະ ຍືນຍົງລະດັບຊາດ, ພາກພື້ນ ແລະ ທົ່ວໂລກ. ທ່ານໃຫ້ຮູ້ວ່າ, ລາຍການກອງປະຊຸມຄັ້ງນີ້ສຸມໃສ່ປຶກສາຫາລື, ແບ່ງປັນການພົວພັນພາກລັດ - ເອກະຊົນ, ດຶງດູດການລົງທຶນ, ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ… ຄາດວ່າ, ກອງປະຊຸມຈະຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ຢືນຢັນບັນດາຄຳໝັ້ນສັນຍາກ່ຽວກັບການເຕີບໂຕສີຂຽວ, ຍືນຍົງ, ຖືມະນຸດເປັນໃຈກາງ, ຕັດສິນໃຈພ້ອມກັນສົມທົບກັນມີການກະທຳໂດຍມີຄວາມຮັບຜິດຊອບ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ