(VOVWORLD) - ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢູ່ການຖະແຫຼງຂ່າວນັດສາມັນທີ່ໄດ້ຈັດຂຶ້ນເມື່ອຕອນບ່າຍວັນທີ 24 ເມສາ ຢູ່ຮ່າໂນ້ຍ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN) |
ຕາມທ່ານນາງຟ້າມທູຮັ່ງ ແລ້ວ, ພາຍຫຼັງໄດ້ຮັບຂ່າວ ສັນຕະປະປາເຖິງແກ່ມໍລະນະກຳ, ທ່ານປະທານປະເທດ ເລືອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງສຳນັກ ວາຕີກັງ.
ຫວຽດນາມ ເຄົາລົບນັບຖືບົດບາດຂອງສັນຕະປະປາ Francis ໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ວາຕີກັງ ກໍ່ຄືໃນບັນດາຄຳຊີ້ນຳ, ແນະນຳສົ່ງເສີມຜູ້ມີຍົດສັກຕຳແໜ່ງ, ພໍ່ແມ່ປະຊາຊົນຊາວກາໂຕລິກ ຫວຽດນາມ ໄດ້ຮ່ວມເດີນທາງກັບຊົນຊາດ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ.