(VOVWORLD) - ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ບັນດາປະເທດ Dominicana; Algeria; Angola ເຂົ້າຢື່ນສານຕາຕັ້ງຮັບດຳລົງຕຳແໜ່ງຢູ່ ຫວຽດນາມ.
ທ່ານ Azeddine Bechka ເອກອັກຄະລັດຖະທູດ Algeria ປະຈຳ ຫວຽດນາມ ເຂົ້າຢື່ນສານຕາຕັ້ງ ຕໍ່ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: VOV) |
ທີ່ການຕ້ອນຮັບທ່ານ Reinaldo Rafael Espinal Nunez ເອກອັກຄະລັດຖະທູດ Dominicana ປະຈຳ ຫວຽດນາມ, ທ່ານປະທານປະເທດ ເລືອງເກື່ອງໃຫ້ຮູ້ວ່າ ຫວຽດນາມປາດຖະໜາຢາກປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຍົກສູງປະສິດທິຜົນໃນການພົວພັນຮ່ວມມືຕອບສະໜອງຄວາມສາມາດບົ່ມຊ້ອນ ແລະ ຄວາມຕ້ອງການຂອງສອງຝ່າຍ, ພິເສດກ່ຽວກັບເສດຖະກິດ - ການຄ້າ ແລະ ການລົງທຶນ, ວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ.
ໂດຍສະແດງຄວາມຊົມເຊີຍຕໍ່ທ່ານ Azeddine Bechka ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເອກອັກຄະລັດຖະທູດ Algeria ປະຈຳ ຫວຽດນາມ, ທ່ານປະທານປະເທດ ເລືອງເກື່ອງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືມິດຕະພາບ ກັບ Algeria, ເຊິ່ງແມ່ນຄູ່ຮ່ວມມືມິດຕະພາບຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງທີ່ສຸດຂອງ ຫວຽດນາມຢູ່ ອາບຟຼິກາ.
ທີ່ການຕ້ອນຮັບທ່ານ Fernando Miguel ເອກອັກຄະລັດຖະທູດ Angola ປະຈຳ ຫວຽດນາມ, ທ່ານປະທານປະເທດ ເລື່ອງເກືອງ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືດ້ານກະສິກຳ, ສິນໃນນ້ຳ, ອຸດສາຫະກຳປຸງແຕ່ງ, ໂທລະຄົມມະນາຄົມ, ຫັນເປັນດີຈີຕອນ, ການສຶກສາ, ບຳລຸງສ້າງ, ສາທາລະນະສຸກ…ກັບ Angola ໃນບັນດາຊ່ອງທາງຮ່ວມມືສອງຝ່າຍ ແລະ ການຮ່ວມມືຫຼາຍຝ່າຍ.