ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່​ງ​ຂັນ​ປະ​ດິດ​ຄິດ​ສ້າງ ແລະ ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ນີ້ແມ່ນເຫດການສຳຄັນ, ເພື່ອແນໃສ່ຫັນເປັນລະອຽດ ແລະ ນຳບັນດາແຜນນະໂຍບາຍ, ແນວທາງຂອງພັກ ຢູ່ມະຕິສູນກາງພັກ ເລກທີ 57 ກ່ຽວກັບການບຸກທະລຸພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ເຂົ້າຊີວິດຕົວຈິງ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່​ງ​ຂັນ​ປະ​ດິດ​ຄິດ​ສ້າງ ແລະ ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມພິທີ

ຕອນເຊົ້າວັນທີ 24 ເມສາ, ຢູ່ສະຖາບັນເຕັກໂນໂລຢີໄບສະນີໂທລະຄົມມະນາຄົມ ຢູ່ນະຄອນ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ປຸກລະດົມຂະບວນການ “ທົ່ວປະເທດ ແຂ່ງຂັນປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເຫັນເປັນດີຈີຕອນ”.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ນີ້ແມ່ນເຫດການສຳຄັນ, ເພື່ອແນໃສ່ຫັນເປັນລະອຽດ ແລະ ນຳບັນດາແຜນນະໂຍບາຍ, ແນວທາງຂອງພັກ ຢູ່ມະຕິສູນກາງພັກ ເລກທີ 57 ກ່ຽວກັບການບຸກທະລຸພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ເຂົ້າຊີວິດຕົວຈິງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໂລກປັດຈຸບັນ, ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ບໍ່ພຽງແຕ່ແມ່ນທ່າອ່ຽງຕ້ອງເປັນໄປຂອງຍຸກສະໄໝ ຫາກຍັງແມ່ນເສັ້ນທາງໜຶ່ງດຽວເພື່ອບຸກທະລຸ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເພື່ອກຳແໜ້ນໂອກາດ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງ, ສັງຄົມສີວິໄລ, ທັນສະໄໝ, ນຳປະເທດຊາດພັດທະນາທຽບເທົ່າກັບບັນດາປະເທດມະຫາອຳນາດໃນໂລກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

ສູ້ຊົນຈົນຮອດປີ 2030 ຄວາມສາມາດບົ່ມຊ້ອນ, ລະດັບວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳຂອງ ຫວຽດນາມບັນລຸຄວາມກ້າວໜ້າຢູ່ຫຼາຍຂົງເຂດສຳຄັນ, ນອນໃນກຸ່ມນຳໜ້າຂອງບັນດາປະເທດທີ່ມີລາຍຮັບການປາງ.  ຂອບຂະໜາດເສດຖະກິດດີຈີຕອນບັນລຸຢ່າງນ້ອຍສຸດແມ່ນ 30% GDP , ອັດຕານຳໃຊ້ການບໍລິການສາທາລະນະທາງໄກຂອງປະຊາຊົນ ແລະ ວິສາຫະກິດບັນລຸກ່ວາ 80%.

ຕອບກັບ

ຂ່າວ/ບົດ​ອື່ນ