ກອ​ງ​ປະ​ຊຸມ​ສຸດຍອດ ອາ​ເມ​ລິ​ກາ - ລັດ​ເຊຍ ຈະ​ດຳ​ເນີນ​ໃນ​ວັນ​ທີ 16 ມິ​ຖຸ​ນາ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin ຈະດຳເນີນກອງປະຊຸມສຸດຍອດສອງຝ່າຍຄັ້ງທຳອິດໃນວັນທີ 16 ມິຖຸນາ ຢູ່ ສະວິດ ເພື່ອແນໃສ່ສ້າງປະຖົມປັດໄຈແກ່ສັງກາດໃໝ່ໃນການພົວພັນລະຫວ່າງ ອາເມລິກາ - ລັດເຊຍ.
ກອ​ງ​ປະ​ຊຸມ​ສຸດຍອດ ອາ​ເມ​ລິ​ກາ - ລັດ​ເຊຍ ຈະ​ດຳ​ເນີນ​ໃນ​ວັນ​ທີ 16 ມິ​ຖຸ​ນາ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin (ພາບ: TTXVN)

 ວັນທີ 25 ພຶດສະພາ, ທຳນຽບຂາວ ໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin ຈະດຳເນີນກອງປະຊຸມສຸດຍອດສອງຝ່າຍຄັ້ງທຳອິດໃນວັນທີ 16 ມິຖຸນາ ຢູ່ ສະວິດ ເພື່ອແນໃສ່ສ້າງປະຖົມປັດໄຈແກ່ສັງກາດໃໝ່ໃນການພົວພັນລະຫວ່າງ ອາເມລິກາ - ລັດເຊຍ.

ຝ່າຍ ອາເມລິກາ ໃຫ້ຮູ້ວ່າ, ໃນກອງປະຊຸມສຸດຍອດດັ່ງກ່າວ, ການນຳສອງປະເທດ ຈະປຶກສາຫາລືກ່ຽວກັບບັນດາບັນຫາທີ່ຮີບດ່ວນໃນປັດຈຸບັນ, ໃນສະພາບການທີ່ສອງຝ່າຍພວມຊອກຫາວິທີຟື້ນຟູສະຖຽນລະພາບ ແລະ ອາດຈະຄາດຄະເນລ່ວງໜ້າ ແກ່ການພົວພັນລະຫວ່າງ ອາເມລິກາ - ລັດເຊຍ. ສ່ວນທ່ານໂຄສົກວັງ Kremlin Dmitry Peskov ຖືວ່າ ການນຳ ລັດເຊຍ ແລະ ອາເມລິກາ ຕ້ອງປຶກສາຫາລືກ່ຽວກັບການຮ່ວມມືໃນບັນຫາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ສ້າງສະຖຽນລະພາບທາງດ້ານນິວເຄຼຍ ຍຸດທະສາດ ເຊິ່ງເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ທົ່ວໂລກ.


 

ຕອບກັບ

ຂ່າວ/ບົດ​ອື່ນ